ຂ່າວເດັ່ນ

ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ນິວ​ຊີ​ແລນ: ນິວ​ຊີ​ແລນ​ ຖື ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ພາກ​ພື້ນ ແລະ ທົ່ວ​ໂລກ

ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ນິວ​ຊີ​ແລນ: ນິວ​ຊີ​ແລນ​ ຖື ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ແຖວ​ໜ້າ​ພາກ​ພື້ນ ແລະ ທົ່ວ​ໂລກ

(VOVWORLD) - ນິວຊີແລນຖື ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າພາກພື້ນ ແລະ ທົ່ວໂລກ ແລະ ມີຄວາມລໍຄອຍຕໍ່ບັນດາໝາກຜົນໃນການຮ່ວມມືໃໝ່ລະຫວ່າງສອງປະເທດ.

ທ່ານນາງ Caroline Beresford  ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ (ພາບ: TTXVN)

ນີ້ແມ່ນຖະແຫຼງການຂອງທ່ານນາງ Caroline Beresford  ເອກອັກຄະລັດຖະທູດ ນິວຊີແລນ ປະຈຳ ຫວຽດນາມ ໃນໂອກາດທ່ານ Christopher Luxon ນາຍົກລັດຖະມົນຕີ ນິວຊີແລນ ຈະມາຢ້ຽມຢາມ ຫວຽດນາມ ແລະ ເຂົ້າຮ່ວມເວທີປາໄສອະນາຄົດ ອາຊຽນຄັ້ງທີ 2 ໃນລະຫວ່າງວັນທີ 25 - 28 ກຸມພາ.

ຕາມທ່ານນາງ Caroline Beresford ແລ້ວ,  ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສຳຄັນພິເສດຕໍ່ນິວຊີແລນ ຍ້ອນວ່າທ່ານນາຍົກລັດຖະມົນຕີ Luxon ມີໂຄງການດຳເນີນງານທີ່ມີຄວາມມຸ່ງມາດປາດຖະໜາທີ່ສຸດໃຫ້ແກ່ການພົວພັນກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ນິວຊີແລນກຳນົດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງພາກພື້ນ ແລະ ທົ່ວໂລກ.

ໃນການເດີນທາງຄັ້ງນີ້, ຄະນະຕິດຕາມທ່ານນາຍົກລັດຖະມົນຕີ ນິວຊີແລນແມ່ນຄະນະການຄ້າໃຫຍ່. ຄາດວ່າ, ຄະນະວິສາຫະກິດນິວຊີແລນຈະເຊັນຂໍ້ຕົກລົງຮ່ວມມືໃໝ່ຫຼາຍສະບັບກັບບັນດາຄູ່ຮ່ວມມື ຫວຽດນາມ ໃນບັນດາຂົງເຂດຮ່ວມມືທີ່ມີມາຢູ່ແລ້ວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.