ຂ່າວເດັ່ນ

ເອກ​ອັກ​ຄະ​ລັດ​ຖະ​ທູດ Julien Guerrier: EU ຢາກ​ປັບ​ປຸງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ ຫວຽດ​ນາມ

ເອກ​ອັກ​ຄະ​ລັດ​ຖະ​ທູດ Julien Guerrier: EU ຢາກ​ປັບ​ປຸງ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ກັບ ຫວຽດ​ນາມ

(VOVWORLD) - ເມື່ອຕອບສຳພາດຕໍ່ສຳນັກຂ່າວສານ ຫວຽດນາມ ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຂອງທ່ານ António Costa, ປະທານສະພາເອີຣົບ ໃນລະຫວ່າງວັນທີ 28 – 29 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານ Julien Guerrier ເອກອັກຄະລັດຖະທູດ ເອີຣົບ ປະຈຳ ຫວຽດນາມ ເນັ້ນໜັກວ່າ ການຢ້ຽມຢາມແມ່ນສານສົ່ງເຖິງໂລກວ່າ ອີຢູ ຢາກປັບປຸງການພົວພັນຄູ່ຮ່ວມມືກັບ ຫວຽດນາມ.

  ທ່ານເອກອັກຄະລັດຖະທູດ Julien Guerrier (ພາບ: TTXVN)

        ທ່ານເອກອັກຄະລັດຖະທູດ Julien Guerrier ໃຫ້ຮູ້ວ່າ ຫວຽດນາມ ແລະ ອີຢູ ມີເຈດຈຳນົງຢາກຍົກລະດັບສາຍພົວພັນຄູ່ຮ່ວມມືສອງຝ່າຍເພື່ອເປີດ “ສັກກະລາດໃໝ່” ໃນສາຍພົວພັນສອງຝ່າຍ ເພື່ອແນໃສ່ສະແດງໃຫ້ເຫັນການເພີ່ມທະວີການຮ່ວມມື, ຢັ້ງຢືນທີ່ຕັ້ງນຳໜ້າ, ເປັນແບບຢ່າງຂອງສາຍພົວພັນນີ້. ອີຢູ ແລະ ຫວຽດນາມ ຢາກປັບປຸງ 3 ເສົາຄ້ຳຮ່ວມມືທີ່ພວມມີໃນປັດຈຸບັນຢ່າງແຂງແຮງ ເຊັ່ນ: ການຄ້າ, ການຫັນເປັນສີຂຽວ ແລະ ສັນຕິພາບ, ໝັ້ນຄົງ. ຫວຽດນາມ - ອີຢູ ຢາກເພີ່ມທະວີການຮ່ວມມືໃນການເຄື່ອນໄຫວຮັກສາສັນຕິພາບ, ຄວາມໝັ້ນຄົງໃນການເດີນເຮືອ, ການຄຸ້ມຄອງວິກິດການ ແລະ ຊຸກຍູ້ເຄົາລົບກົດໝາຍສາກົນ, ລວມທັງຢູ່ທະເລຕາເວັນອອກ. ນອກຈາກນັ້ນແລ້ວ, 2 ຝ່າຍກໍຢາກພັດທະນາບັນດາຂົງເຂດໃໝ່, ເຊັ່ນ: ຫັນເປັນດີຈີຕອນ, ນະວັດຕະກຳ, ບັນດາຂົງເຂດເຕັກໂນໂລຢີສູງຄືທາດເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ (AI) ແລະ ຊັບພະຍາກອນທີ່ຈຳເປັນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.