ຂ່າວເດັ່ນ

“ເອກະສານສະບັບສຳຄັນເພື່ອອະນາຄົດ” ໂດຍໄດ້ແປເປັນພາສາຫວຽດ ໄດ້ນຳໃຊ້ຢູ່ໃນສະຫະປະຊາຊາດ

“ເອກະສານສະບັບສຳຄັນເພື່ອອະນາຄົດ” ໂດຍໄດ້ແປເປັນພາສາຫວຽດ ໄດ້ນຳໃຊ້ຢູ່ໃນສະຫະປະຊາຊາດ

(VOVWORLD) - ວັນທີ 17 ກໍລະກົດ ຕາມເວລາທ້ອງຖິ່ນ ຢູ່ ສຳນັກງານ ສະຫະປະຊາຊາດ ທີ່ນິວຢອກ ສະຫະລັດ ອາເມລິກາ ໄດ້ດຳເນີນເຫດການ ຊຸກຍູ້ “ການໃຊ້ຫລາຍພາສາໃນການເຄື່ອນໄຫວຂອງ ສະຫະປະຊາຊາດ (ສປຊ) (Multilingualism in Action).

ປະທານ ສະພາຄວາມໝັ້ນຄົງ ສປຊ ແລະຜູ້ຕາງຫນ້າ ຄະນະຜູ້ແທນ. (ພາບ:VOV)

ທີ່ພິທີ, ທ່ານເອກອັກຄະລັດຖະທູດ ໂດ໋ຮຸ່ງຫວຽດ ຫົວຫນ້າຄະນະຜູ້ຕາງຫນ້າ ຫວຽດນາມ ປະຈຳ ສປຊ ໄດ້ມອບ “ເອກະສານສະບັບສຳຄັນເພື່ອອະນາຄົດ” ໄດ້ແປເປັນພາສາຫວຽດ (Pact for the Future)  ໃຫ້ແກ່ທ່ານ Philemon Yang ປະທານສະພາຄວາມໝັ້ນຄົງສປຊ ຊຸດທີ 79. ເອກະສານສະບັບສຳຄັນນີ້ ໂດຍໄດ້ຮັບຮອງເອົາຈາກກອງປະຊຸມສຸດຍອດອະນາຄົດຊື່ງດຳເນີນໃນວັນທີ 22 ກັນຍາປີ 2024 ຢູ່ ນິວຢອກ ເພື່ອວາງອອກວິໄສທັດ ແລະ ການກຳນົດທິດການຮ່ວມມື ໃນຫລາຍຂົງເຂດສຳຄັນ ເພື່ອແນໃສ່ຍູ້ໄວການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDGs), ປັບປຸງລະບົບຫລາຍຝ່າຍ ແລະ ຍົກສູງບົດບາດ, ປະສິດທິຜົນຂອງ ສປຊ. ເອກະສານສະບັບສຳຄັນດັ່ງກ່າວໄດ້ແປເປັນພາສາຫວຽດ ແລະຫລາຍພາສາອື່ນ ຈະໄດ້ເອົາລົງໃນຫນ້າເວັບທາງການຂອງ ສປຊ ຜ່ານລະຫັດ https://www.un.org/pga/79/multilingualism-in-action-translations-of-the-pact-for-the-future-in-global-languages-2/.

                                                                                                  ຟ້າມຮວນ ນັກຂ່າວ VOV ປະຈຳ ອາເມລິກາ

This site is protected by reCAPTCHA and the Google Privacy Policy and Terms of Service apply.