ຂ່າວເດັ່ນ

ເຂດ​ພູ​ສູງ​ເຊີນ​ລາ ກຽມ​ພ້ອມ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ

ເຂດ​ພູ​ສູງ​ເຊີນ​ລາ ກຽມ​ພ້ອມ​ໃຫ້​ແກ່​ວັນ​ເລືອກ​ຕັ້ງ

(VOVWORLD) - ຢູ່ບັນດາທ້ອງຖິ່ນຂອງແຂວງເຊີນລາ, ມາຮອດປັດຈຸບັນ, ວຽກງານແຈກຢາຍບັດຜູ້ມີສິດເລືອກຕັ້ງໄດ້ຜັນຂະຫຍາຍຢ່າງສຳເລັດຜົນ ເຊິ່ງຊ່ວຍໃຫ້ຜູ້ມີສິດເລືອກຕັ້ງກຳໄດ້ວັນເວລາ, ສະຖານທີ່ປ່ອນບັດເລືອກຕັ້ງ.

ແຕ່ຈຸດໃຈກາງຕະຫຼອດຮອດບັນດາໝູ່ບ້ານເຂດພູສູງຢູ່ເຊີນລາ ລ້ວນແຕ່ມີບັນຍາກາດຢ່າງຟົດຟື້ນເພື່ອມຸ່ງໄປເຖິງວັນບຸນເລືອກຕັ້ງ (ພາບ: VOV)

ຢູ່ແຂວງເຂດພູສູງເຊີນລາ, ວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ພວມໄດ້ປະຕິບັດໃຫ້ສຳເລັດຢ່າງຮີບເຮັ່ງ. ເຊີນລວມກຽມພ້ອມຮັບປະກັນທຸກເງື່ອນໄຂດີທີ່ສຸດເພື່ອໃຫ້ຜູ້ມີສິດເລືອກຕັ້ງປະຕິບັດສິດ ແລະ ພັນລະພົນລະເມືອງຂອງຕົນ.

ຢູ່ບັນດາທ້ອງຖິ່ນຂອງແຂວງເຊີນລາ, ມາຮອດປັດຈຸບັນ, ວຽກງານແຈກຢາຍບັດຜູ້ມີສິດເລືອກຕັ້ງໄດ້ຜັນຂະຫຍາຍຢ່າງສຳເລັດຜົນ ເຊິ່ງຊ່ວຍໃຫ້ຜູ້ມີສິດເລືອກຕັ້ງກຳໄດ້ວັນເວລາ, ສະຖານທີ່ປ່ອນບັດເລືອກຕັ້ງ. ຢູ່ບັນດາຫໍວັດທະນະທຳ, ໂຮງຮຽນ - ສະຖານທີ່ປ່ອນບັດເລືອກຕັ້ງ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ສະໝັກຮັບເລືອກຕັ້ງໄດ້ຕິດປະກາດຢ່າງເປີດເຜີຍ; ຕູ້ປ່ອນບັດ, ວັດຖຸອຸປະກອນກະກຽມໃຫ້ແກ່ການເລືອກຕັ້ງ ກໍ່ໄດ້ກະກຽມຢ່າງຄົບຖ້ວນ, ບັນດາມາດຕະການຮັບປະກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃຫ້ແກ່ວັນເລືອກຕັ້ງກໍ່ໄດ້ສ້າງຂຶ້ນ ແລະ ຜັນຂະຫຍາຍຢ່າງຄົບຊຸດ. ທ່ານຮ່ວາງວັນທວຽນ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນ ຕາແສງ ໂຊງມ້າ, ຜູ້ສະໝັກຮັບເລືອກຕັ້ງ ສະມາຊິກສະພາປະຊາຊົນ ໃຫ້ຮູ້ວ່າ:

ໂດຍໄດ້ເຂົ້າຮ່ວມການຮັບສະເໜີເລືອກຕັ້ງຄັ້ງນີ້, ສຳລັບຂ້າພະເຈົ້າແລ້ວແມ່ນຄວາມເປັນກຽດ ແຕ່ວ່ານີ້ກໍ່ແມ່ນສິ່ງທ້າທາຍສຳລັບພະນັກງານ, ສະມາຊິກພັກ, ພ້ອມທັງແມ່ນຄວາມຮັບຜິດຊອບຂອງພົນລະເມືອງ. ເພາະສະນັ້ນ, ເຖິງວ່າໄດ້ຮັບການເລືອກຕັ້ງ ຫຼືບໍ່, ຂ້າພະເຈົ້າກໍ່ຈະພະຍາຍາມ, ອຸທິດສ່ວນ ຈົນສຸດຄວາມສາມາດຂອງຕົນໃຫ້ແກ່ພາລະກິດແຫ່ງການສ້າງສາ ແລະ ພັດທະນາຂອງຕາແສງ ໂຊງມ້າ ກໍ່ຄືແຂວງ ເຊີນລາ ແລະ ປະເທດຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.