ຂ່າວເດັ່ນ

ເຂດປົກຄອງຕົນເອງຊາວ Kurd ຍອມຮັບການໂຮມເຂົ້າອຳນາດການປົກຄອງຊີ​ຣີ

ເຂດປົກຄອງຕົນເອງຊາວ Kurd ຍອມຮັບການໂຮມເຂົ້າອຳນາດການປົກຄອງຊີ​ຣີ

(VOVWORLD) - ຫ້ອງວ່າການ ປະທານາທິບໍດີ ຊີຣີ ໄດ້ແຈ້ງວ່າ ກຳລັງປະຊາທິປະໄຕ ຊີຣີ (SDF), ໂດຍ ຊາວ Kurd ນຳພາ ໄດ້ເຊັນຂໍ້ຕົກລົງກັບ ລັດຖະບານ ຊີຣີ ກ່ຽວກັບການໂຮມເຂົ້າທຸກບັນດາອົງການພົນລະເຮືອນ ແລະ ການທະຫານຂອງເຂດປົກຄອງຕົນເອງຊາວ Kurd ຢູ່ ເຂດຕາເວັນອອກສ່ຽງເຫນືອຂອງປະເທດນີ້ ເຂົ້າໃນລະບົບອົງການແຫ່ງລັດ

ບັນດາສະມາຊິກຂອງກຳລັງປະຊາທິປະໄຕ ຊີຣີ (ພາບ: Reuters/TTXVN) 

ວັນທີ 10 ມີນາ, ຫ້ອງວ່າການ ປະທານາທິບໍດີ ຊີຣີ ໄດ້ແຈ້ງວ່າ ກຳລັງປະຊາທິປະໄຕ ຊີຣີ (SDF), ໂດຍ ຊາວ Kurd ນຳພາ ໄດ້ເຊັນຂໍ້ຕົກລົງກັບ ລັດຖະບານ ຊີຣີ ກ່ຽວກັບການໂຮມເຂົ້າທຸກບັນດາອົງການພົນລະເຮືອນ ແລະ ການທະຫານຂອງເຂດປົກຄອງຕົນເອງຊາວ Kurd ຢູ່ ເຂດຕາເວັນອອກສ່ຽງເຫນືອຂອງປະເທດນີ້ ເຂົ້າໃນລະບົບອົງການແຫ່ງລັດ, ໃນນັ້ນ ລວມມີ ສິດຄວບຄຸມບັນດາດ່ານຊາຍແດນ, ສະຫນາມບິນ ກໍ່ຄືບັນດາບໍ່ນ້ຳມັນ ແລະ ອາຍແກັສ. ນອກນັ້ນ ສອງຝ່າຍ ຍັງບັນລຸໄດ້ຂໍ້ຕົກລົງຢຸດຍິງ ຢູ່ ຊີຣີ.

ແຈ້ງການໄດ້ເນັ້ນຫນັກວ່າ ຂໍ້ຕົກລົງນີ້ແມ່ນຄຳຢືນຢັນວ່າ ປະຊາຄົມຊາວ Kurd ແມ່ນພາກສ່ວນຫນຶ່ງທີ່ບໍ່ອາດຕັດແຍກອອກຈາກປະເທດ ຊີຣີ ໄດ້, ດ້ວຍບັນດາສິດທິພົນລະເມືອງທີ່ໄດ້ກຳນົດໃນລັດຖະທຳມະນູນຂອງປະເທດນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.