ຂ່າວເດັ່ນ

ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຜ່ານ​ວິ​ວັດ​ການ​ທ່ອງ​ທ່ຽວ​ມິດ​ຕະ​ພາບ ຍາມ​ລະ​ດູ​ບານ​ໃໝ່ 2025

ເຂັ້ມ​ຂຸ້ນ​ໄປ​ດ້ວຍ​ສີ​ສັນ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຜ່ານ​ວິ​ວັດ​ການ​ທ່ອງ​ທ່ຽວ​ມິດ​ຕະ​ພາບ ຍາມ​ລະ​ດູ​ບານ​ໃໝ່ 2025

(VOVWORLD) - ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ໂມຣົກໂກ, ຮອງຫົວໜ້າຄະນະທູຕານຸທູດ ຢູ່ ຫວຽດນາມໄດ້ຕີລາຄາສູງ ຂໍ້ລິເລີ່ມຈັດຂຶ້ນລາຍການ ເພື່ອແນະນຳບັນດາເຂດມໍລະດົກປະຫວັດສາດ ແລະ ວັດທະນະທຳ ຫວຽດນາມໄປຍັງເພື່ອນມິດສາກົນ

ບັນດາຜູ້ແທນເຂົ້າຮ່ວມ ລາຍການ (ພາບ: TTXVN)

ດ້ວຍຜູ້ແທນເກືອບ 400 ຄົນລວມມີເອກອັກຄະລັດຖະທູດ ພ້ອມກັນພັນລະຍາ, ສາມີ ແລະ ພະນັກງານການທູດຢູ່ບັນດາສະຖານທູດ; ຜູ້ແທນບັນດາອົງການຈັດຕັ້ງສາກົນ, ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດປະຈຳ ຫວຽດນາມ ແລະ ຜູ້ຕາງໜ້າບັນດາກະຊວງ, ຂະແຫນງການ ໄດ້ເຂົ້າຮ່ວມລາຍການທ່ອງທ່ຽວມິດຕະພາບ ຍາມລະດູບານໃໝ່ ປີ 2025 ຢູ່ເຂດປູຊະນິຍະສະຖານລະດັບຊາດພິເສດວິຫານ ຮາຍບ່າຈຶງ (ເມືອງເມລິງ, ຮ່າໂນ້ຍ) ໃນວັນທີ 01 ມີນາ.

ນີ້ແມ່ນການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳປະຈຳປີໂດຍ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນຮ່າໂນ້ຍ ສົມທົບກັບບັນດາຫົວໜ່າຍທີ່ກ່ຽວຂ້ອງຈັດຂຶ້ນ. ໃນລາຍການ, ບັນດາຜູ້ແທນໄດ້ເຂົ້າຮ່ວມພິທີກຳຖະຫວາຍທູບທຽນ, ຢ້ຽມຊົມເຂດປູຊະນິຍະສະຖານ, ທົດລອງເຮັດເຂົ້າໜົມຢໍ… ຈຸດພົ້ນເດັ່ນຂອງເຫດການແມ່ນລາຍການພົບປະແລກປ່ຽນມິດຕະພາບລະຫວ່າງຄະນະຜູ້ແທນສາກົນ ກັບບັນດາຜູ້ແທນສູນກາງ, ນະຄອນ ຮ່າໂນ້ຍ, ດ້ວຍບັນດາລາຍການສະແດງສິລະປະ, ບັນດາເຍື່ອງອາຫານທີ່ເປັນມູນເຊື້ອເປັນເອກະລັກສະເພາະ, ເຂັ້ມຂຸ້ມໄປດ້ວຍສີສັນວັດທະນະທຳ ຫວຽດນາມ.

ໂດຍຕາງໜ້າບັນດາຜູ້ແທນສາກົນ, ທ່ານເອກອັກຄະລັດຖະທູດ ລາຊະອານາຈັກ ໂມຣົກໂກ, ຮອງຫົວໜ້າຄະນະທູຕານຸທູດ ຢູ່ ຫວຽດນາມໄດ້ຕີລາຄາສູງ ຂໍ້ລິເລີ່ມຈັດຂຶ້ນລາຍການ ເພື່ອແນະນຳບັນດາເຂດມໍລະດົກປະຫວັດສາດ ແລະ ວັດທະນະທຳ ຫວຽດນາມໄປຍັງເພື່ອນມິດສາກົນ, ຜ່ານນັ້ນ, ປະກອບສວ່ນເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນ ຫວຽດນາມ, ພິເສດແມ່ນຊາວ ນະຄອນຫຼວງ ຮ່າໂນ້ຍກັບປະຊາຄົມສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.