ຂ່າວເດັ່ນ

ເຂົ້າສານຂອງ ຫວຽດນາມ ເພີ່ມທະວີການມີໜ້າຢູ່ຕະຫຼາດ ການາດາ

ເຂົ້າສານຂອງ ຫວຽດນາມ ເພີ່ມທະວີການມີໜ້າຢູ່ຕະຫຼາດ ການາດາ

(VOVWORLD) - ນີ້ແມ່ນໂອກາດດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງຕະຫຼາດສົ່ງອອກເຂົ້າສານ.

ທ່ານນາງ ເຈິ່ນທູກີ່ນ, ທີ່ປຶກສາດ້ານການຄ້າ, ສະຖານທູດ ຫວຽດນາມ ປະຈຳ ການາດາ
(ພາບ: tapchicongthuong.vn)

        ດ້ວຍປະຊາຄົມເຊື້ອຊາດ ອາຊີ ປະມານ 7 ລ້ານຄົນ, ການາດາ ພວມກາຍເປັນຕະຫຼາດຈຳໜ່າຍເຂົ້າສານທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ໃນສະພາບທີ່ປະເທດນີ້ພວມຊອກຫາວິທີເພື່ອຫັນແຫຼ່ງສະໜອງເປັນຫຼາຍຮູບຫຼາຍແບບ ແລະ ຫຼຸດຜ່ອນການເອືື່ອຍອີງຄູ່ຮ່ວມມືໜຶ່ງຄື ອາເມລິກາ, ນີ້ແມ່ນໂອກາດດີທີ່ສຸດເພື່ອໃຫ້ບັນດາວິສາຫະກິດ ຫວຽດນາມ ເປີດກວ້າງຕະຫຼາດສົ່ງອອກເຂົ້າສານ.

        ທ່ານນາງ ເຈິ່ນທູກີ່ນ, ທີ່ປຶກສາດ້ານການຄ້າ, ສະຖານທູດ ຫວຽດນາມ ປະຈຳ ການາດາ, ໃຫ້ຮູ້ວ່າ:

        “ການາດາ ແມ່ນ 1 ໃນຈຳນວນ 7 ປະເທດນຳເຂົ້າ ເຂົ້າສານຫຼາຍທີ່ສຸດໃນໂລກ ດ້ວຍຄວາມຕ້ອງການປະມານ 500 ລ້ານ USD/ປີ ແລະ ມີທ່າອ່ຽງເພີ່ມຂຶ້ນ. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ການາດາ ໄດ້ນຳເຂົ້າ ເຂົ້າສານຈາກ ອາເມລິກາ ເປັນຕົ້ນ, ກວມເອົາກວ່າ 50% ອັດຕາສ່ວນຕະຫຼາດ. ຫວຽດນາມ ຫາກໍເລີ່ມເພີ່ມອັດຕາສ່ວນເຂົ້າສານຢູ່ ການາດາ ຜ່ານສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ແລະ ເຂົ້າສານປະເພດ ST25 ໄດ້ຮັບການຕ້ອນຮັບຢ່າງຕັ້ງໜ້າ”.

        ປະຈຸບັນ, ຫວຽດນາມ ລອດເຂົ້າບັນຊີລາຍຊື່ 5 ປະເທດສົ່ງອອກເຂົ້າສານແຖວໜ້າເຂົ້າ ການາດາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.