ຂ່າວເດັ່ນ

ເກີດ​ໄຟ​ໄໝ້​ຢູ່ຫຼາຍ​ແຫ່ງ​ໃນ​ປະ​ເທດ ຝ​ລັ່ງ ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 450 ຄົນ​ຕ້ອງ​​ຍົກ​ຍ້າຍ​ໄປ​ຍັງ​ບ່ອນ​ປອດ​ໄພ

ເກີດ​ໄຟ​ໄໝ້​ຢູ່ຫຼາຍ​ແຫ່ງ​ໃນ​ປະ​ເທດ ຝ​ລັ່ງ ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 450 ຄົນ​ຕ້ອງ​​ຍົກ​ຍ້າຍ​ໄປ​ຍັງ​ບ່ອນ​ປອດ​ໄພ

(VOVWORLD) - ໄຟໄໝ້ລາມປ່າກວ່າ 730 ເຮັກຕາ ແລະ ແຜ່ລາມອອກສູ່ວົງກວ້າງໃກ້ນະຄອນ Marseille, ນະຄອນໃຫຍ່ອັນດັບທີ 2 ຂອງປະເທດນີ້. ສາຍເຫດໃນເບື້ອງຕົ້ນແມ່ນເລີ່ມມາຈາກເຫດໄຟໄໝ້ລົດໂອໂຕ.

ໄຟໄໝ້ປ່າຢູ່ Pennes-Mirabeau, ແຂວງ Bouches-du-Rhône, ຝລັ່ງ (ພາບ: France Bleu)

ຕອນຄ່ຳວັນທີ 8 ກໍລະກົດ, ເຈົ້າໜ້າທີ່ ຝລັ່ງ ຫຼາຍຄົນໃຫ້ຮູ້ວ່າ ໄດ້ຮັບຮູ້ມີໄຟໄໝ້ເກີດຂຶ້ນຢູ່ຕາແສງ Pennes – Mirabeau, ພາກໃຕ້ປະເທດ ຝລັ່ງ ຢ່າງໜັກໜ່ວງ. ໄຟໄໝ້ລາມປ່າກວ່າ 730 ເຮັກຕາ ແລະ ແຜ່ລາມອອກສູ່ວົງກວ້າງໃກ້ນະຄອນ Marseille, ນະຄອນໃຫຍ່ອັນດັບທີ 2 ຂອງປະເທດນີ້. ສາຍເຫດໃນເບື້ອງຕົ້ນແມ່ນເລີ່ມມາຈາກເຫດໄຟໄໝ້ລົດໂອໂຕ.

        ປະເທດນີ້ໄດ້ລະດົມກຳລັງທະຫານດັບເພີງກວ່າ 1000 ຄົນ ພ້ອມດ້ວຍເຮືອບິນ ແລະ ຍົນເອລີກອັບເຕີ ໄດ້ສີດນ້ຳລົງໃສ່ບ່ອນເກີດເຫດ ຈຳນວນເກືອບ 400 ໂຕ່ນ ເພື່ອດັບເພີງ. ທ່ານລັດຖະມົນຕີກະຊວງພາຍໃນ ຝລັ່ງ Bruno Retailleau ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າຕ້ອງປະເຊີນໜ້າກັບເຫດໄຟໄໝ້ແຜ່ລາມຢ່າງວ່ອງໄວ ແລະ ອັນຕະລາຍທີ່ສຸດ. ວຽກງານດັບເພີງພວມສືບຕໍ່ໄດ້ດຳເນີນຕະຫຼອດຄືນ ດ້ວຍບັນດາຄະນະລຳລຽງ ແລະ ຫຼາຍແຫຼ່ງກຳລັງກໍພວມໄດ້ຮັບການຜັນຂະຫຍາຍ”.

        ມີປະຊາຊົນກວ່າ 450 ຄົນ ຈຳເປັນຕ້ອງຍົກຍ້າຍໄປຍັງບ່ອນປອດໄພ ແລະ ມີຜູ້ຖືກບາດເຈັບເບົ່າ 110 ຄົນ.

        ກໍໃນວັນດຽວກັນ, ຢູ່ຕາແສງ Castelnau-de-Guers, ແຂວງ Hérault ກໍເກີດໄຟໄໝ້ຢ່າງໜັກໜ່ວງ ແຕ່ຄວບຄຸມໄດ້ແລ້ວ. ກຳລັງດັບເພີງ ໃຫ້ຮູ້ວ່າ ໄຟໄໝ້ຕິເຫດນີ້ໄດ້ເຮັດໃຫ້ເນື້ອທີ່ປ່າກວ່າ 700 ເຮັດຕາຖືກຈູດເຜົາ, ສົ່ງຜົນກະທົບຢ່າງໜັກໜ່ວງເຖິງບັນດາສວນປູກອາງຸນ ທີ່ພວມຮອດລະດູເກັບກ່ຽວ.

ນັກຂ່າວ VOV ປະຈຳ ຝລັ່ງ

This site is protected by reCAPTCHA and the Google Privacy Policy and Terms of Service apply.