ຂ່າວເດັ່ນ

ເກີດ​ເຫດ​ຈະ​ລາ​ຈົນ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ Serbia​

ເກີດ​ເຫດ​ຈະ​ລາ​ຈົນ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ຂອງ​ສະ​ພາ​ແຫ່ງ​ຊາດ Serbia​

(VOVWORLD) - ບັນດາສະມາຊິກສະພາແຫ່ງຊາດຝ່າຍຄ້ານ Serbia ໄດ້ຈູດບັ້ງໄຟ ແລະ ສີດແກັດນ້ຳຕາໃນມື້ດຳເນີນວາລະໄຂກອງປະຊຸມສະພາແຫ່ງຊາດປະເທດນີ້ຍາມລະດູບານໃໝ່, ເຮັດໃຫ້ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືກປາດເຈັບ.

ບັນກາການວຸ້ນວາຍຂອງກອງປະຊຸມສະພາແຫ່ງຊາດ Serbia (ພາບ: AP/TTXVN)

 ວັນທີ 04 ມີນາ, ບັນດາສະມາຊິກສະພາແຫ່ງຊາດຝ່າຍຄ້ານ Serbia ໄດ້ຈູດບັ້ງໄຟ ແລະ ສີດແກັດນ້ຳຕາໃນມື້ດຳເນີນວາລະໄຂກອງປະຊຸມສະພາແຫ່ງຊາດປະເທດນີ້ຍາມລະດູບານໃໝ່, ເຮັດໃຫ້ສະມາຊິກສະພາແຫ່ງຊາດຫຼາຍທ່ານຖືກປາດເຈັບ. ທ່ານລັດຖະມົນຕີສາທາລະນະສຸກ Serbia Zalatibor Loncar ໃຫ້ຮູ້ວ່າ ມີສະມາຊິກສະພາແຫ່ງຊາດທ່ານໜຶ່ງຕ້ອງໄດ້ສົ່ງໄປປິ່ນປົ່ວໃນຫ້ອງ ICU ພາຍຫຼັງເປັນອຳມະພາດຍ້ອນຖືກຄວັນ.

        ທ່ານປະທານສະພາແຫ່ງຊາດ Ana Brnabic ຕຳໜິຕິຕຽນບັນດາການກະທຳດັ່ງກ່າວຂອງຝ່າຍຄ້ານ. ອົງການໄອຍະການໄດ້ອອກຄຳສັ່ງໃຫ້ຕຳຫຼວດເກັບກຳທຸກພະຍານຫຼັກຖານເພື່ອຢັ້ງຢືນບັນດາເປົ້າໝາຍກໍ່ເຫດດັ່ງກ່າວ.


This site is protected by reCAPTCHA and the Google Privacy Policy and Terms of Service apply.