ຂ່າວເດັ່ນ

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີຢູ່ທາງພາກເໜືອ ອາບການິດສະຖານ, ມີຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີຢູ່ທາງພາກເໜືອ ອາບການິດສະຖານ, ມີຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ

(VOVWORLD) - ເຫດແຜ່ນດິນໄຫວມີຄວາມເລິກປະມານ 28 ກມ, ດ້ວຍຈຸດເກີດແມ່ນໃກ້ກັບນະຄອນ Mazar-i-Sharif ແລະ ເທດສະບານເມືອງ Khulm, ຂຶ້ນກັບແຂວງ Balkh.

ເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີ
(ພາບ: Google maps)

        ເຫດແຜ່ນດິນໄຫວມີຄວາມແຮງ 6,3 ຣິກເຕີ ເກີດຂຶ້ນໃນຕອນເຊົ້າວັນທີ 03 ພະຈິກ ໃກ້ກັບນະຄອນ Mazar-i-Sharif, ເຊິ່ງແມ່ນໜຶ່ງໃນບັນດາເຂດຕົວເມືອງໃຫຍ່ທີ່ສຸດຢູ່ທາງພາກເໜືອ ອາບການິດສະຖານ, ຄວາມສ່ຽງເກີດມີຜູ້ຮັບບາດເຈັບລົ້ມຕາຍຢ່າງຫຼວງຫຼາຍ. ຕາມອົງການສຳຫຼວດທໍລະນີສາດ ອາເມລິກາ (USGS), ເຫດແຜ່ນດິນໄຫວມີຄວາມເລິກປະມານ 28 ກມ, ດ້ວຍຈຸດເກີດແມ່ນໃກ້ກັບນະຄອນ Mazar-i-Sharif ແລະ ເທດສະບານເມືອງ Khulm, ຂຶ້ນກັບແຂວງ Balkh. USGS ຄາດຄະເນວ່າ, ເຫດແຜ່ນດິນໄຫວນີ້ອາດຈະກໍ່ໃຫ້ເກີດຄວາມເສຍຫາຍຢ່າງຮ້າຍແຮງ ແລະ ອາດຈະເຮັດໃຫ້ມືນັບຮ້ອຍຄົນເສຍຊີວິດ.

        ປະຈຸບັນ, ຍັງບໍ່ທັນມີຂໍ້ມູນກ່ຽວກັບຄວາມເສຍຫາຍພາຍຫຼັງເຫດແຜນດິນໄຫວ, ແຕ່ລະບົບກ່າວເຕືອນໄດ້ກ່າວເຕືອນລະດັບສີສົ້ມ, ໝາຍຄວາມວ່າຄວາມເສຍຫາຍດ້ານຊີວິດອິນຊີ ແລະ ເສດຖະກິດແມ່ນຮ້າຍແຮງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.