ຂ່າວເດັ່ນ

ເກີດເຫດແຜນດິນໄຫວຢູ່ ອາບການິດສະຖານ: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດສືບຕໍ່ເພີ່ມຂຶ້ນ

ເກີດເຫດແຜນດິນໄຫວຢູ່ ອາບການິດສະຖານ: ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດສືບຕໍ່ເພີ່ມຂຶ້ນ

(VOVWORLD) - ຫຼາຍປະເທດຢູ່ພາກພື້ນໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ສະເໜີໜູນຊ່ວຍປະເທດ ອາຊີຕາເວັນຕົກສ່ຽງໃຕ້ ນີ້.

ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດສືບໃນເຫດແຜ່ນດິນໄຫວຢູ່ ອາບການິດສະຖານ ເກີດຂຶ້ນໃນຄ່ຳຄືນວັນທີ 31 ສິງຫາ ສືບຕໍ່ເພີ່ມຂຶ້ນສູງ
(ພາບ: REUTERS)

        ຈຳນວນຜູ້ຮັບບາດເຈັບ, ເສຍຊີວິດສືບໃນເຫດແຜ່ນດິນໄຫວຢູ່ ອາບການິດສະຖານ ເກີດຂຶ້ນໃນຄ່ຳຄືນວັນທີ 31 ສິງຫາ ສືບຕໍ່ເພີ່ມຂຶ້ນສູງ, ເມື່ອມີຜູ້ເສຍຊີວິດ 800 ຄົນ ແລະ ເກືອບ 2.800 ຄົນຖືກບາດເຈັບ. ໃນຂະນະນັ້ນ, ບັນດາກອງກູ້ໄພກູ້ຊີບຂອງປະເທດນີ້ ແລະ ສະຫະປະຊາຊາດພວມຊອກຫາວິທີສຳພັດກັບເຂດຖືກຜົນສະທ້ອນຢູ່ເຂດຫ່າງໄກຊອກຫຼິກ ແລະ ເຂດທີ່ຈຳກັດການຕິດຕໍ່ ເພື່ອຕີລາຄາລະດັບຄວາມເສຍຫາຍ ກໍຄືຜັນຂະຫຍາຍບັນດາການເຄື່ອນໄຫວສະໜອງເຄື່ອງຊ່ວຍເຫຼືອ. ການກູ້ໄພກູ້ຊີບດ້ວຍເຮືອບິນ 40 ຄັ້ງໄດ້ຮັບການຜັນຂະຫຍາຍ.

        ຫຼາຍປະເທດຢູ່ພາກພື້ນໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈ ແລະ ສະເໜີໜູນຊ່ວຍປະເທດ ອາຊີຕາເວັນຕົກສ່ຽງໃຕ້ ນີ້.

This site is protected by reCAPTCHA and the Google Privacy Policy and Terms of Service apply.