ຂ່າວເດັ່ນ

ເກີດເຫດລະເບີດຢູ່ທ່າກຳປັ່ນຂອງ ອີຣານ: ປະກາດໄວ້ທຸກລະດັບຊາດເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ

ເກີດເຫດລະເບີດຢູ່ທ່າກຳປັ່ນຂອງ ອີຣານ: ປະກາດໄວ້ທຸກລະດັບຊາດເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍ

(VOVWORLD) - ປະຈຸບັນ, ສາຍເຫດຂອງເຫດການດັ່ງກ່າວຍັງບໍ່ທັງໄດ້ຢັ້ງຢືນເທື່ອ.

ເກີດເຫດລະເບີດຢູ່ທ່າກຳປັ່ນຂອງ ອີຣານ
(ພາບ: THX/TTXVN)

        ວັນທີ 27 ເມສາ, ອຳນາດການປົກຄອງ ອີຣານ ໄດ້ແຈ້ງໃຫ້ຊາບວ່າ ໄດ້ຈັດພິທີໄວ້ທຸກລະດັບຊາດໃນວັນທີ 28 ເມສາ ເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍໃນເຫດໄຟໄໝ້, ລະເບີດຢູ່ທ່າກຳປັ່ນ Shahid Rajaee, ເຮັດໃຫ້ຢ່າງໜ້ອຍສຸດມີ 28 ຄົນເສຍຊີວິດ ແລະ ກວ່າ 1.200 ຄົນຮັບບາດເຈັບ. ທ່ານປະທານາທິບໍດີ ອີຣານ Masoud Pezeshkian ກໍ່ໄດ້ເດີນທາງໄປເຖິງສະຖານທີ່ເກີດເຫດວິນາດຕະກຳ.

        ປະຈຸບັນ, ສາຍເຫດຂອງເຫດການດັ່ງກ່າວຍັງບໍ່ທັງໄດ້ຢັ້ງຢືນເທື່ອ. ຕາມທ່ານ Hossein Zafari, ໂຄສົກຂອງອົງການຄຸ້ມຄອງໄພພິບັດແຫ່ງຊາດ ອີຣານ ແລ້ວ, ບັນດາວັດຖຸເຄມີຢູ່ໃນຕູກອນແທນເນີທີ່ຕັ້ງຢູ່ທ່າກຳປັ່ນ ອາດຈະແມ່ນສາຍເຫດກໍ່ໃຫ້ເກີດເຫດລະເບີດ. ກ່ອນໜ້ານັ້ນ, ກອງທັບ ອີຣານ ໄດ້ປະຕິເສດຄວາມສົງໄສວ່າເຫດລະເບີດກ່ຽວຂ້ອງເຖິງວັດຖຸລະດັບອາວຸດຢູ່ທ່າກຳປັ່ນ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ສະເໜີໜູນຊ່ວຍ ອີຣານ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດລະເບີດດັ່ງກ່າວ.

This site is protected by reCAPTCHA and the Google Privacy Policy and Terms of Service apply.