ຂ່າວເດັ່ນ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ​ຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ ຫວຽດ​ນາມ

ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ແລະ ພັນ​ລະ​ຍາ​ຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ ຫວຽດ​ນາມ

(VOVWORLD) - ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເລືອກເອົາຫວຽດນາມ ແມ່ນປະເທດທຳອິດພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດ ລາວ ຫາກໍ່ຈັດຂຶ້ນສຳເລັດໄດ້ສະແດງໃຫ້ເຫັນລາວ ຍາມໃດກໍ່ຖືເປັນສຳຄັນ.

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ
(ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ, ວັນທີ 26 ມັງກອນ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ພັນລະຍາໄດ້ເລີ່ມຕົ້ນບັນດາການເຄື່ອນໄຫວຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ. ການຢ້ຽມຢາມໄດ້ດຳເນີນແຕ່ວັນທີ 26 – 27 ມັງກອນ. ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເລືອກເອົາຫວຽດນາມ ແມ່ນປະເທດທຳອິດພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດ ລາວ ຫາກໍ່ຈັດຂຶ້ນສຳເລັດໄດ້ສະແດງໃຫ້ເຫັນລາວ ຍາມໃດກໍ່ຖືເປັນສຳຄັນ ແລະ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນແຖວໜ້າໃນນະໂຍບາຍການຕ່າງປະເທດຂອງຕົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.