ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຈູດ​ທູບ​​ທຽນ​ອາ​ໄລ​ຫາປະ​ທານ ໂຮ່​ຈີ​ມິນ ຢູ່​ຮ່ອງຮອຍ​ສະ​ຖານ​ເຮືອນ​ເລກ​ທີ 48 ຮ່າງ​ງາງ, ຮ່າ​ໂນ້ຍ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຈູດ​ທູບ​​ທຽນ​ອາ​ໄລ​ຫາປະ​ທານ ໂຮ່​ຈີ​ມິນ ຢູ່​ຮ່ອງຮອຍ​ສະ​ຖານ​ເຮືອນ​ເລກ​ທີ 48 ຮ່າງ​ງາງ, ຮ່າ​ໂນ້ຍ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຈູດທູດທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຮອງຮອຍສະຖານເຮືອນເລກທີ 48 ຖະໜົນ ຮ່າງງາງ (ຕາແສງຮວ່ານກຽມ, ຮ່າໂນ້ຍ).

ທ່ານເລຂາທິການໃຫຍ່ ໂຕເລິມ ຈູດທູດທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຮອງຮອຍສະຖານເຮືອນເລກທີ 48 ຖະໜົນ ຮ່າງງາງ

   ເນື່ອງໃນໂອກາດສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ສຳເລັດຜົນ(19/8/1945-19/8/2025) ແລະ ວັນຊາດ ຫວຽດນາມ (2/9/1945 -2/9/2025), ຄົບຮອບ 80 ປີ, ຕອນເຊົ້າວັນທີ 31 ສິງຫາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຈູດທູດທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຮອງຮອຍສະຖານເຮືອນເລກທີ 48 ຖະໜົນ ຮ່າງງາງ (ຕາແສງຮວ່ານກຽມ, ຮ່າໂນ້ຍ).

        ຢູ່ທີ່ນີ້, ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື ແລະ ອາໄລຫາເຖິງຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຜູ້ດີເລີດ, ຜູ້ທີ່ໄດ້ອຸທິດທັງຊີວິດຂອງຕົນເພື່ອພາລະກິດປະຕິວັດຂອງພັກ ແລະ ຊາດ ຫວຽດນາມ.

        ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ບັນດາສະມາຊິກໃນຄະນະໄດ້ຢ້ຽມຊົມຮອງຮອຍສະຖານເຮືອນເລກ 48 ຮ່າງງາງ, ບ່ອນທີ່ປະທານ ໂຮ່ຈີມິນ ໄດ້ຂຽນບົດຖະແຫຼງປະກາດເອກະລາດສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.