ຂ່າວເດັ່ນ

​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ໄປ​ຍັງ Helsinki, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ແຟງ​ລັງ ຢ່າງ​ເປັນ​ທາງ​ການ

​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເດີນ​ທາງ​ໄປ​ຍັງ Helsinki, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ແຟງ​ລັງ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຍັງ Helsinki, ເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ.

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ເດີນທາງໄປຍັງ Helsinki

ຕອນແລງວັນທີ 20 ຕຸລາ (ຕາມເວລາທ້ອງຖິ່ນ, ແມ່ນກາງຄືນວັນທີ 20 ຕຸລາ ຕາມເວລາ ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຍັງ Helsinki, ເລີ່ມຕົ້ນການເຄື່ອນໄຫວຕ່າງໆໃນຂອບເຂດການຢ້ຽມຢາມ ແຟງລັງ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານ Alexander Stubb ປະທານາທິບໍດີ ສ. ແຟງລັງ.

ທ່ານເລຂາທິການໃຫຍ່ ແລະ ພັນລະຍາເດີນທາງໄປຮອດສະໜາມບິນສາກົນ Helsinki

ອອກຕ້ອນຮັບທ່ານເລຂາທິການໃຫຍ່ ແລະ ພັນລະຍາຢູ່ສະໜາມບິນສາກົນ Helsinki ມີທ່ານ Mika Koskinen, ຫົວໜ້າກົມພິທີການ ກະຊວງການຕ່າງປະເທດ ແຟງລັງ; ທ່ານ Pekka Juhani Voutilaine ເອກອັກຄະລັດຖະທູດ ແຟງລັງ ປະຈຳ ຫວຽດນາມ; ທ່ານນາງ ຟ້າມທິແທັງບິ່ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ແຟງລັງ ພ້ອມດ້ວຍຜູ້ຕາງໜ້າພະນັກງານສະຖານທູດ ຫວຽດນາມ ປະຈຳ ແຟງລັງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.