ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ຫວຽດ​ນາມ ເຂົ້າ​ເປັນ​ສະ​ມາ​ຊິກ ອາ​ຊຽນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ທາງລັດຖະກິດ ສ.ອິນໂດເນເຊຍ, ຢ້ຽມຢາມຄະນະເລຂາອາຊຽນ ຢ່າງເປັນທາງການ, ຕອນເຊົ້າວັນທີ 10 ມີນາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກ ອາຊຽນ (1995-2025) ແລະ ມີບົດກ່າວປາໄສສຳຄັນຢູ່ທີ່ນີ້.

ທ່ານເລຂາທິການໃຫຍ່ ໂຕເລິມກ່າວຄຳເຫັນທີ່ພິທີ (ພາບ: VOV)

ໃນບົດກ່າວປາໄສເຕື້ອງເຖິງອະນາຄົດຂອງ ອາຊຽນ, ທ່ານເລຂາທິການໃຫຍ່ເຊື່ອໝັ້ນວ່າ ອາຊຽນ ແນ່ນອນຈະພັດທະນາຢ່າງແຮງ ແລະ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030, ດ້ວຍຕະຫຼາດຜູ້ບໍລິໂພກກ່ວາ 800 ລ້ານຄົນ, ພ້ອມທັງຈະກາຍເປັນສູນເຕັກໂນໂລຢີ, ເສດຖະກິດດີຈີຕອນ ແລະ ນະວັດຕະກຳ, ດ້ວຍພື້ນຖານເສດຖະກິດດີຈີຕອນຂອງ ອາຊຽນພວມມີການພັດທະນາໂດຍໄວ ແລະ ຄາດວ່າຈະບັນລຸ 1 ພັນຕື້ USD ໃນປີ 2030. ເຖິງຢ່າງໃດກໍຕາມ, ຕໍ່ໜ້າບັນດາການຜັນແປທີ່ສັບສົນໃນປັດຈຸບັນ, ເພື່ອສືບຕໍ່ຢັ້ງຢືນຖານະບົດບາດ ໃຈກາງຂອງ ອາຊຽນ, ທ່ານເລຂາທິການໃຫຍ່ ໂຕເລິມຊີ້ແຈ້ງວ່າ:

ອາຊຽນຕ້ອງເພີ່ມທະວີຄວາມເຫັນດີເຫັນພ້ອມຜ່ານການປຶກສາຫາລື, ສົນທະນາ ປະສົມປະສານຜົນປະໂຫຍດລະຫວ່າງບັນດາສະມາຊິກ, ຍົກສູງຄວາມຮັບຮູ້ປະຊາຄົມ ແລະ ຄວາມເປັນເຈົ້າການ, ຄວາມຕັ້ງໜ້າທີ່ມາຈາກແຕ່ລະປະເທດສະມາຊິກ ໃນການຊອກຫາຜົນປະໂຫຍດລວມ, ສີສັນລວມ ແລະ ມູນຄ່າລວມຂອງ ອາຊຽນ.

ໂດຍຫວນຄືນໄລຍະທາງ 30 ປີແຫ່ງວັນຫວຽດນາມເຂົ້າເປັນສະມາຊິກອາຊຽນ, ທ່ານເລຂາທິການໃຫຍ່ ຢັ້ງຢືນຄືນໃໝ່ວ່າ ຫວຽດນາມ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບບັນດາປະເທດ ສະມາຊິກ ອາຊຽນຫັນພາລະກິດປະຫວັດສາດຂອງ ຫວຽດນາມໃຫ້ປະກົດຜົນເປັນຈິງ, ແຜ່ກະຈາຍບັນດາເລື່ອງລາວກ່ຽວກັບຜົນສຳເລັດຂອງ ອາຊຽນ ເພື່ອໃຫ້ອາຊຽນສືບຕໍ່ແມນແບບຢ່າງປະສົບຜົນສຳເລັດ ກ່ຽວກັບການເຊື່ອມຕໍ໋, ນຳມາເຊິ່ງຄວາມໄວ້ເນື້ອເຊື່ອໃຈ ແລະ ກຳລັງໜູນໃຫ້ແກ່ຄວາມສາມັກຄີ, ການຮ່ວມມືພັດທະນາຢູ່ຫຼາຍແຫ່ງໃນໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.