ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລະລຶກ​ກິດ​ຈະ​ກຳ​ກໍ່​ສ້າງ​ໂຮງ​ຮຽນ​ກິນນອນ​ ນາ​ງ່ອຍ, ແຂວງ ເງະ​ອານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ວາງ​ສີ​ລະລຶກ​ກິດ​ຈະ​ກຳ​ກໍ່​ສ້າງ​ໂຮງ​ຮຽນ​ກິນນອນ​ ນາ​ງ່ອຍ, ແຂວງ ເງະ​ອານ

(VOVWORLD) - ວັນທີ 11 ຕຸລາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ເຂົ້າຮ່ວມພິທີວາງສີລະລຶກກິດຈະກຳກໍ່ສ້າງໂຮງຮຽນສາມັນກິນນອນລະຫວ່າງຂັ້ນຖະຖົມ ແລະ ມັດທະນາຍົມຕອນຕົ້ນ ນາງອຍ ຢູ່ຕາແສງ ນາງອຍ (ແຂວງ ເງະອານ).

ພິທີວາງສີລາລຶກ (ພາບ: TTXVN)

ນີ້ແມ່ນກິດຈະກຳທີ່ໄດ້ຮັບການຜັນຂະຫຍາຍຕາມແຜນນະໂຍບາຍຂອງກົມການເມືອງກ່ຽວກັບການລົງທຶນກໍ່ສ້າງໂຮງຮຽນສາມັນກິນນອນລະຫວ່າງຊັ້ນປະຖົມ, ມັດທະຍົມຕອນຕົ້ນ 248 ແຫ່ງຢູ່ບັນດາຕາແສງເຂດຊາຍແດນ.

        ໂຮງຮຽນແຫ່ງດັ່ງກ່າວໄດ້ຮັບການລົງທຶນກໍ່ສ້າງດ້ວຍພື້ນຖານວັດຖຸທີ່ທັນສະໄໝ. ເມື່ອນຳເຂົ້າເຄື່ອນໄຫວ, ກິດຈະກຳນີ້ສາມາດຊ່ວຍໃຫ້ນັກຮຽນກວ່າ 1.900 ຄົນຢູ່ເຂດຊາຍແດນ ຫວຽດນາມ - ລາວ ຮ່ຳຮຽນ.

        ກ່າວຄຳເຫັນທີ່ພິທີວາງສີລາລຶກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ການລົງທຶນກໍ່ສ້າງໂຮງຮຽນກິນນອນລະຫວ່າງຊັ້ນຮຽນ 248 ແຫ່ງ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດທີ່ເລິກເຊິ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດທີ່ມີຕໍ່ພໍ່ແມ່ປະຊາຊົນເຂດຊາຍແດນ, ເຂດຫ່າງໄກສອກຫຼີກ. ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່ໂຕເລິມ ໄດ້ມອບຂອງຂວັນຫຼາຍພຸດໃຫ້ແກ່ນັກຮຽນ ແລະ ຄອບຄົບທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍຕາແສງ ນາງອຍ.

 

This site is protected by reCAPTCHA and the Google Privacy Policy and Terms of Service apply.