ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ເປັນ​ຫົວ​ໜ້າ​ຄະ​ນະ​ຊີ້​ນຳສູນ​ກາງ ກ່ຽວ​ກັບ​ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

(VOVWORLD) - ກົມການເມືອງ ຫາກໍປະກາດໃຊ້ຂໍ້ຕົກລົງສະບັບເລກທີ 288 – NQ/TW ວ່າດ້ວຍການສ້າງຕັ້ງຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍໃຫ້ສົມບູນແບບ.

ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ (ພາບ: TTXVN)

ຕາມນັ້ນແລ້ວ, ຄະນະຊີ້ນຳຈະຂຶ້ນກັບກົມການເມືອງ, ໂດຍທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ເປັນຫົວໜ້າຄະນະ; ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນຮອງຫົວໜ້າຄະນະຊີ້ນຳ.

        ກ່ຽວກັບພັນທະ, ໜ້າທີ່, ສິດອຳນາດ, ລະບອບການເຮັດວຽກ, ສາຍສຳພັນໃນການປະຕິບັດງານຂອງຄະນະຊີ້ນຳສູນກາງ ກ່ຽວກັບການສ້າງລະບອບລະບຽບການ, ກົດໝາຍ ໃຫ້ສົມບູນແບບ ແມ່ນໄດ້ປະຕິບັດຕາມຂໍ້ກຳນົດຂອງກົມການເມືອງ.


This site is protected by reCAPTCHA and the Google Privacy Policy and Terms of Service apply.