ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ທ່ານ Vincent Clerc - ຜູ້​ອຳ​ນວຍ​ການ​ກຸ່ມ​ບໍ​ລິ​ສັດ A.P.Moller – Maersk

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຕ້ອນ​ຮັບ​ທ່ານ Vincent Clerc - ຜູ້​ອຳ​ນວຍ​ການ​ກຸ່ມ​ບໍ​ລິ​ສັດ A.P.Moller – Maersk

(VOVWORLD) - ຕອນບ່າຍວັນທີ 18 ພະຈິກ, ຢູ່ສຳນັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ Vincent Clerc, ຜູ້ອຳນວຍການກຸ່ມບໍລິສັດ A.P.Moller – Maersk (ແດນມາກ).

ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຕ້ອນຮັບທ່ານ Vincent Clerc, ຜູ້ອຳນວຍການກຸ່ມບໍລິສັດ A.P.Moller – Maersk (ພາບ: VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ຊົມເຊີຍແຜນການເປີດກວ້າງການລົງທຶນຂອງກຸ່ມບໍລິສັດ A.P.Moller – Maersk (ແດນມາກ) ຢູ່ ຫວຽດນາມ ໃນການພັດທະນາລະບົບທ່າກ່ຳປັ່ນສີຂຽວ, ອັດສະລິຍະ, ການບໍລິການ logistics.... ທ່ານເລຂາທິການໃຫຍ່ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍກຽມພ້ອມອຳນວຍຄວາມສະດວກໃຫ້ແກ່ບັນດານັກລົງທຶນຕ່າງປະເທດເພື່ອພັດທະນາບັນດາໂຄງການ logistics, ເຊື່ອມຕໍ່ກັບບັນດາເຂດພາກ, ຕົວເມືອງໃຫຍ່, ເຂດອຸດສາຫະກຳຢູ່ພາຍໃນປະເທດ ແລະ ກັບໂລກ; ພ້ອມທັງເນັ້ນໜັກວ່າ ຫວຽດນາມ ນອນໃນກຸ່ມ 20 ພື້ນຖານເສດຖະກິດທີ່ມີຂອບຂະໜາດການຄ້າສາກົນໃຫຍ່ສຸດໃນໂລກ ແລະ ພວມຍູ້ແຮງການພັດທະນາໂຄງປະກອບພື້ນຖານໂຄງລ່າງຄົມມະນາຄົມຄົບຊຸດ, ກວ້າງຂວາງ ແລະ ລຸລ່ວງເພື່ອເພີ່ມກຳລັງແຮງແກ້ງແຍ້ງຂອງພື້ນຖານເສດຖະກິດ ຫວຽດນາມ.

        ສ່ວນຜູ້ອຳນວຍການບໍລິຫານກຸ່ມບໍລິສັດ A.P.Moller – Maersk, ທ່ານ Vincent Clerc ເນັ້ນໜັກວ່າ ຫວຽດນາມ ສືບຕໍ່ແມ່ນຄູ່ຮ່ວມມືສຳຄັນຂອງກຸ່ມບໍລິສັດ. ທ່ານປາດຖະໜາວ່າ ຈະມີຫຼາຍໂອກາດລົງທຶນເພື່ອສ້າງບັນດາທ່າກ່ຳປັ່ນຂົນສົ່ງຄອນແທັນເນີໃຫຍ່, ທັນສະໄໝ ແລະ ສີຂຽວ ກໍຄືບັນດາໂຄງການ logistics ຍຸດທະສາດຢູ່ ຫວຽດນາມ. 


This site is protected by reCAPTCHA and the Google Privacy Policy and Terms of Service apply.