ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່​ ໂຕ​ເລິມ: ຕ້ອງ​ຖື​​ການ​ແກ້​ໄຂ​ຈຸດ​ອຸດ​ຕັນ​ດ້ານ​ລະ​ບອບ​ລະ​ບຽບ​ການ​ແມ່ນ​ໜ້າ​ທີ່​ບຸກ​ທະ​ລຸ​ແຖ້ວ​ໜ້າ

ເລ​ຂາ​ທິ​ການ​ໃຫຍ່​ ໂຕ​ເລິມ: ຕ້ອງ​ຖື​​ການ​ແກ້​ໄຂ​ຈຸດ​ອຸດ​ຕັນ​ດ້ານ​ລະ​ບອບ​ລະ​ບຽບ​ການ​ແມ່ນ​ໜ້າ​ທີ່​ບຸກ​ທະ​ລຸ​ແຖ້ວ​ໜ້າ

(VOVWORLD) - ຕ້ອງຖືການແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການແມ່ນໜ້າທີ່ບຸກທະລຸແຖວໜ້າ, ສ້າງລະບົບນິເວດ, ປຸກລຸກແຫຼ່ງກຳລັງສັງຄົມຢ່າງແຮງ, ຖືວິສາຫະກິດເປັນໃຈກາງ, ປົດປ່ອຍ ແລະ ລະດົມແຫຼ່ງກຳລັງເອກະຊົນສູງສຸດໃຫ້ແກ່ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 15 ຕຸລາ, ກ່າວຄຳເຫັນສະຫຼຸບທີ່ກອງປະຊຸມສະຫຼຸບເບື້ອງຕົ້ນສະພາບການຜັນຂະຫຍາຍການປະຕິບັດມະຕິເລກທີ 57 ຂອງກົມການເມືອງ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນແຫ່ງຊາດ ໃນໄຕມາດທີ 3 ແລະ ໜ້າທີ່, ວິທີການແກ້ໄຂຈຸດສຸມໃນທ້າຍປີນີ້, ທ່ານເລຂາທິການໃຫຍ່ ໂຕເລິມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ ເນັ້ນໜັກວ່າ ຕ້ອງຖືການແກ້ໄຂຈຸດອຸດຕັນດ້ານລະບອບລະບຽບການແມ່ນໜ້າທີ່ບຸກທະລຸແຖວໜ້າ, ສ້າງລະບົບນິເວດ, ປຸກລຸກແຫຼ່ງກຳລັງສັງຄົມຢ່າງແຮງ, ຖືວິສາຫະກິດເປັນໃຈກາງ, ປົດປ່ອຍ ແລະ ລະດົມແຫຼ່ງກຳລັງເອກະຊົນສູງສຸດໃຫ້ແກ່ການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ. ທ່ານໃຫ້ຮູ້ວ່າ:

ຕ້ອງເປັນເອກະພາບທິດນຳທີ່ວ່າ ມີການກະທຳຢ່າງເດັດດ່ຽວ, ໂປ່ງໄສ, ສະເໝີຕົ້ນສະເໝີປາຍ, ຄືຈິດໃຈຊີ້ນຳຂອງກອງປະຊຸມຄັ້ງທີ 13, ຄະນະບໍລິຫານງານສູນກາງພັກ ຊຸດທີ XIII, ສາມຈຸດສຸມ - ສາມເປີດເຜີຍ - ໄມ້ວັດແທກໜຶ່ງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.