ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຄວາມ​ສາ​ມັກ​ຄີ​ຜູ​ກ​ພັນ​ຢ່າງ​ໜຽວ​ແໜ້ນ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ລາວ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຄວາມ​ສາ​ມັກ​ຄີ​ຜູ​ກ​ພັນ​ຢ່າງ​ໜຽວ​ແໜ້ນ​ແມ່ນ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ລາວ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກມັດຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ລາວແມ່ນຊັບສົມບັດອັນລ້ຳຄ່າເຊິ່ງບັນພະບຸລຸດ ແລະ ການນຳປະຕິວັດລຸ້ນກ່ອນອງສອງປະເທດ ປະໄວ້ໃຫ້,

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວບົດ ຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດລາວ (ພາບ: VOV)

ຕອນບ່າຍວັນທີ 1 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ມາຢ້ຽມຢາມ ແລະ ມີບົດກ່າວຄຳເຫັນນະໂຍບາຍສຳຄັນຢູ່ສະຖາບັນການເມືອງການປົກຄອງແຫ່ງຊາດ ລາວ ດ້ວຍຫົວຂໍ້ “ສືບທອດນ້ຳໃຈມິດຕະພາບອັນຍິ່ງໃຫຍ່, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ, ປັບປຸງການຮ່ວມມືຢ່າງຮອບດ້ານ ແລະ ຍູ້ແຮງຄວາມສະໜິດຕິດພັນດ້ານຍຸດທະສາດ ຫວຽດນາມ - ລາວ ໃນໄລຍະໃໝ່” ໂດຍມີການເຂົ້າຮ່ວມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ.

ຕາມ ທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ຄວາມສາມັກຄີຜູກພັນຢ່າງໜຽນແໜ້ນ ແມ່ນແຫຼ່ງກຳລັງຂອງການພົວພັນ ຫວຽດນາມ - ລາວ. ທ່ານຢັ້ງຢືນນ້ຳໃຈມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຜູກມັດຍຸດທະສາດ ລະຫວ່າງ ຫວຽດນາມ ແລະ ລາວແມ່ນຊັບສົມບັດອັນລ້ຳຄ່າເຊິ່ງບັນພະບຸລຸດ ແລະ ການນຳປະຕິວັດລຸ້ນກ່ອນອງສອງປະເທດ ປະໄວ້ໃຫ້, ທ່ານເລຂາທິການໃຫຍ່ ເນັ້ນໜັກວ່າຕ້ອງເບິ່ງແຍງດູແລ, ຮັກສາ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍຊັບສົມບັດອັນລ້ຳຄ່ານີ້. ນັ້ນແມ່ນຄວາມຮັບຜິດຊອບດ້ານການເມືອງ, ແມ່ນນ້ຳໃຈຄວາມຮັກແພງ, ແມ່ນກຽດຕິຄຸນ, ແມ່ນວັຖີຊີວິດ, ແມ່ນມະໂນທຳຂອງສອງຊາດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.