ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

(VOVWORLD) - ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ:VOV)

ຕອນເຊົ້າວັນທີ 13 ຕຸລາ, ກ່າວຄຳເຫັນຊີ້ນຳຢູ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກລັດຖະບານຄັ້ງທີ 1, ອາຍຸການ 2025 – 2030, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມໂຕເລິມ ໄດ້ຕີລາຄາວ່າໃນອາຍຸການ 2020 – 2025, ຄະນະພັກລັດຖະບານໄດ້ສະແດງໃຫ້ເຫັນຄຸນນະທາດ, ຄວາມສາມັກຄີ, ຫົວຄິດປະດິດສ້າງ, ຂ້ຽວຂາດໃນການຊີ້ນຳ, ບໍລິຫານ, ບຸກທະລຸໃນການກະທຳ, ຈັດຕັ້ງປະຕິບັດຢ່າງມີຈຸດສຸມ, ຕິດແທດກັບຕົວຈິງ ແລະ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ຮອບດ້ານພໍສົມຄວນ, ມີຫຼາຍຈຸດພົ້ນເດັ່ນ.ນີ້ແມ່ນພື້ນຖານ, ກຳລັງໜູນໃໝ່ເພື່ອໃຫ້ອົງຄະນະພັກລັດຖະບານ ກ້າວເຂົ້າສູ່ໄລຍະໃໝ່. ທ່ານໃຫ້ຮູ້ວ່າ:

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ. ສ້າງຖັນແຖວພະນັກງານ, ສະມາຊິກພັກ, ເປັນຕົ້ນແມ່ນຜູ້ນຳທີ່ມີຄວາມເກັ່ງກ້າສາມາດ, ທຽບເທົ່າລະດັບໜ້າທີ່. ສ້າງລັດຖະບານ ສ້າງສັນພັດທະນາ, ໂປ່ງໄສ, ມີການກະທຳຂ້ຽວຂາດ, ຮັບໃຊ້ປະຊາຊົນ. ປະສິດທິຜົນການເຄື່ອນໄຫວ ຂອງລັດຖະບານແມ່ນໄມ້ວັດແທກໃຫ້ແກ່ກຳລັງຄວາມສາມາດ, ກຳລັງແຮງຕໍ່ສູ້ຂອງອົງຄະນະພັກລັດຖະບານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.