ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັດ​ທະ​ນາ​ຕົວ​ເມືອງ, ຊົນ​ນະ​ບົດ ຫວຽດ​ນາມ ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕົວ​ຈິງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ພັດ​ທະ​ນາ​ຕົວ​ເມືອງ, ຊົນ​ນະ​ບົດ ຫວຽດ​ນາມ ສົມ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ຕົວ​ຈິງ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຕ້ອງຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການ ແລະ ໝາກຜົນການປະຕິບັດບັນດາມະຕິ, ຄົ້ນຄ້ວາຢ່າງລະອຽດບັນດາບັນຫາ ໄດ້ວາງອອກໃໝ່.

, ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 17 ກັນຍາ, ຢູ່ສຳນັກງານສູນກາງພັກ (ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການເຮັດວຽກກັບຄະນະປະຈຳອົງຄະນະພັກລັດຖະບານກ່ຽວກັບສະພາບການຜັນຂະຫຍາຍປະຕິບັດມະຕິກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດແລະການວາງແຜນກຜັງ, ກໍ່ສ້າງ, ຄຸ້ມຄອງ ແລະ ພັດທະນາ ຕົວເມືອງຫວຽດນາມ ແບບຍືນຍົງ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງຕ້ອງຕີລາຄາຢ່າງພາວະວິໄສ, ຮອບດ້ານກ່ຽວກັບສະພາບການ ແລະ ໝາກຜົນການປະຕິບັດບັນດາມະຕິ, ຄົ້ນຄ້ວາຢ່າງລະອຽດບັນດາບັນຫາ ໄດ້ວາງອອກໃໝ່ພາຍຫຼັງສັບຊ້ອນອົງການບໍລິຫານ, ໂຮມຂັ້ນແຂວງ, ຂັ້ນຕາແສງເຂົ້າກັນ ແລະ ອົງການອຳນາດການປົກຄອງທ້ອງຖິ່ນສອງຂັ້ນ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

ຕ້ອງຮັບຮູ້ຢ່າງຈະແຈ້ງວ່າ ການພັດທະນາຕົວເມືອງ ແລະ ພັດທະນາຊົນນະບົດແມ່ນສອງໜ້າທີ່ຍຸດທະສາດເພີ່ມເຕີມ, ໜູນຊ່ວຍກັນ, ບໍ່ສາມາດຕັດແຍກອອກຈາກກັນ. ບັນຫາຕົວເມືອງແລະ ບັນຫາຊົນນະບົດບໍ່ພຽງແຕ່ແມ່ນບັນຫາເສດຖະກິດ ສັງຄົມເທົ່ານັ້ນ ຫາກຍັງແມ່ນບັນຫາການເມືອງ, ວັດທະນະທຳ, ສະຫວັດດີການຂອງປະຊາຊົນອີກດ້ວຍ. ຕົວເມືອງທັນສະໄໝແມ່ນສິວິໄລ, ທັງແມ່ນກຳລັງໜູນ ຂອງການພັດທະນາ, ພ້ອມທັງສ້າງຊົນນະບົດຮັ່ງມີສວຍງາມ, ວັດທະນະທຳ, ຍືນຍົງແມ່ນ ແນວຫຼັງອັນໝັ້ນແກ່ນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.