ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຮ່າ​ໂນ້ຍ ກ່ອນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຮ່າ​ໂນ້ຍ ກ່ອນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

(VOVWORLD) - ຕອນບ່າຍວັນທີ 23 ກັນຍາ ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ພ້ອມດ້ວຍບັນດາສະມາຊິກໃນຄະນະຜູ້ແທນສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຫົວໜ່ວຍເລືອກຕັ້ງເລກທີ 1 ໄດ້ລົງພົບປະກັບຜູ້ມີສິດເລືອກຕັ້ງຂອງ 11 ຕາແສງ; ລາຍງານແຜນການຂອງກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ແລະ ຮັບຟັງບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

        ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ແຈ້ງໃຫ້ບັນດາຜູ້ມີສິດເລືອກຕັ້ງຮັບຊາບກ່ຽວກັບວຽກງານກະກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຄອມມູນິດ ຫວຽດນາມ, ຄາດວ່າ ຈະດຳເນີນໃນເດືອນມັງກອນ 2026 ແລະ ກ່ຽວກັບສະພາບການເສດຖະກິດສັງຄົມຂອງປະເທດຊາດ. ໃນການພົບປະ, ເມື່ອຕອບຄຳເຫັນຂອງບັນດາຜູ້ມີສິດເລືອກຕັ້ງກ່ຽວກັບບັນຫາແກ້ໄຂລະບຽບການບໍລິຫານຢູ່ຂັ້ນຮາກຖານ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າເຫັນວ່າ ບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ແມ່ນຖືກຕ້ອງຊັດເຈນ. ນີ້ກໍແມ່ນບັນດາບັນຫາ ເຊິ່ງກົມການເມືອງ, ຄະນະເລຂາທິການ ໃຫ້ຄວາມເອົາໃຈໃສ່ຊີ້ນຳພິຈາລະນາເປັນປະຈຳ. ໂດຍລວມແລ້ວ, ກົງຈັກການຈັດຕັ້ງຂອງອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ຂອງທ້ອງຖິ່ນຕ່າງໆເວົ້າລວມ ແລະ ຮ່າໂນ້ຍ ເວົ້າສະເພາະ ໄດ້ເຂົ້າສູ່ການເຄື່ອນໄຫວເທື່ອລະກ້າວ ແລະ ມີປະສິດທິຜົນ. ເຖິງຢ່າງໃດກໍຕາມ, ໂດຍແມ່ນຮູບແບບໃໝ່, ສະນັ້ນ ກໍບໍ່ສາມາດຫຼີກລ້ຽງຄວາມຫຍຸ້ງຍາກ, ບັນຫາທີ່ຍັງບໍ່ທັນສອດຄ່ອງ, ຕ້ອງສືບຕໍ່ປັບປຸງໃຫ້ສົມບູນແບບ, ໂດຍສະເພາະແມ່ນຢູ່ຂັ້ນ ຕາແສງເຄື່ອນໄຫວຖືກຕ້ອງຕາມພາລະໜ້າທີ່ ແລະ ຮັບໃຊ້ປະຊາຊົນເປັນດີກວ່າເກົ່າ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.