ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສົ່ງ​ສານ​ຊົມ​ເຊີຍ​ທ່​ານ​ເລ​ຂາ​ທິ​ການ​ໃຫຍ່ ທອງ​ລຸນ ສີ​ສຸ​ລິດ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ສົ່ງ​ສານ​ຊົມ​ເຊີຍ​ທ່​ານ​ເລ​ຂາ​ທິ​ການ​ໃຫຍ່ ທອງ​ລຸນ ສີ​ສຸ​ລິດ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າເລື່ອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງນີ້ຄືນໃໝ່ ແມ່ນການຮັບຮູ້ຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນຍິ່ງໃຫຍ່, ສະຕິປັນຍາ ແລະ ຄວາມສຸດຈິດສຸດໃຈຂອງເພິ່ນໃນໄລຍະຜ່ານມາ.

ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ກ່າວຄຳເຫັນອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກປະຊາຊົນປະຕິວັດຄັ້ງທີ XII (ພາບ: VOV)

ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ສະໄໝທີ XII, ວັນທີ 8 ມັງກອນ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ສົ່ງສານຊົມເຊີຍ.

ໃນສານ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຢັ້ງຢືນວ່າເລື່ອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງດຳລົງຕຳແໜ່ງນີ້ຄືນໃໝ່ ແມ່ນການຮັບຮູ້ຂອງພັກ, ລັດ ແລະ ປະຊາຊົນລາວ ຕໍ່ການປະກອບສ່ວນອັນຍິ່ງໃຫຍ່, ສະຕິປັນຍາ ແລະ ຄວາມສຸດຈິດສຸດໃຈຂອງເພິ່ນໃນໄລຍະຜ່ານມາ; ພ້ອມທັງກໍ່ແມ່ນຄວາມໄວ້ວາງໃຈຢ່າງສູງຂອງທົ່ວພັກ, ທົ່ວປວງຊົນສຳລັບທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ. ທ່ານເລຂາທິການໃຫຍ່ ໂຕເລິມ ກໍ່ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ເປັນຕົ້ນແມ່ນຄວາມມີຫົວຄິດປະດິດສ້າງໃນການວາງອອກວິໄສທັດຍຸດທະສາດ ແລະ ເປົ້າໝາຍ, ໜ້າທີ່ສຳຄັນເຊິ່ງ ກອງປະຊຸມໃຫຍ່ວາງອອກໃຫ້ແກ່ການພັດທະນາຍາວນານຂອງລາວ ໃນໄລຍະຈະມາເຖິງ. ທ່່ານເລຂາທິການໃຫຍ່ ໂຕເລິມ ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງສູນກາງພັກປະຊາຊົນປະຕິວັດລາວ ແລະ ບົດບາດຂອງທ່ານເລຂາທິການໃຫຍ່ ທອງລຸນ ສີສຸລິດ, ລາວ ຈະປະຕິບັດສຳເລັດບັນດາເປົ້າໝາຍພັດທະນາ, ສ້າງປະເທດຊາດແຫ່ງສັນຕິພາບ, ເອກະລາດ ແລະ ຈະເລີນຮຸ່ງເຮືອງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.