ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​: ວຽກ​ງານສົ່ງ​ເສີມ​ການ​ຮຽນ​ສົ່ງ​ເສີມ​ຜູ້​ເກັ່ງ​ກ້າ​ສາ​ມາດ ຕ້ອງ​ແທດ​ຈິງ, ມຸ່ງ​ໄປ​ສູ່​ການ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ​: ວຽກ​ງານສົ່ງ​ເສີມ​ການ​ຮຽນ​ສົ່ງ​ເສີມ​ຜູ້​ເກັ່ງ​ກ້າ​ສາ​ມາດ ຕ້ອງ​ແທດ​ຈິງ, ມຸ່ງ​ໄປ​ສູ່​ການ​ຍົກ​ສູງ​ສະ​ມັດ​ຕະ​ພາບ​ແຮງ​ງານ

(VOVWORLD) - ຕອນບ່າຍວັນທີ 16 ກັນຍາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳສູນກາງສະມາຄົມສົ່ງເສີມການຮຽນ ຫວຽດນາມ ກ່ຽວກັບການເຄື່ອນໄຫວຂອງສະມາຄົມໃນໄລຍະຈະມາເຖິງ.

ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ

ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ພັກ, ລັດ ຫວຽດນາມ  ຍາມໃດກໍກຳນົດການສຶກສາແມ່ນລັດຖະນະໂຍບາຍແຖວໜ້າເພື່ອໃຫ້ປະເທດຊາດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ທ່ານສະເໜີວ່າ:

        “ສະມາຄົມສົ່ງເສີມການຮຽນ ຫວຽດນາມ ຕ້ອງສືບຕໍ່ປ່ຽນແປງໃໝ່ແບບວິທີການເຄື່ອນໄຫວ, ປະກອບສ່ວນຢ່າງແທດຈິງເຂົ້າໃນເປົ້າໝາຍສ້າງສັງຄົມຮ່ຳຮຽນ, ປຸກລຸກວັດທະນະທຳການຮຽນໃນທົ່ວປວງຊົນ, ເພື່ອໃຫ້ພົນລະເມືອງທຸກຄົນ ພິເສດແມ່ນບັນດາພະນັກງານໃນລະບົບການເມືອງ ກ້າຄິດ, ກ້າເວົ້າ, ກ້າທຳ, ກ້າຮັບຜິດຊອບ, ກ້າເສຍສະຫຼະເພື່ອຜົນປະໂຫຍດລວມ. ການສົ່ງເສີມການຮຽນ, ສົ່ງເສີມຜູ້ເກັ່ງກ້າສາມາດຕ້ອງແທ້ຈິງ, ແທດຈິງ, ມຸ່ງໄປເຖິງການຍົກສູງສະມັດຕະພາບການອອກແຮງງານ, ຍົກລະດັບພຸມປັນຍາ, ສ້າງກາລະໂອກາດພັດທະນາໃຫ້ປະຊາຊົນທຸກຄົນ, ພິເສດແມ່ນເຂດຊາຍແດນ, ທະເລໝູ່ເກາະ, ເຂດພໍ່ແມ່ປະຊາຊົນຊາວເຜົ່າສ່ວນໜ້ອຍ, ເຂດທີ່ຍັງປະສົບກັບຄວາມຫຍຸ້ງຍາກ.”

        ທ່ານເລຂາທິການໃຫຍ່ ຮຽກຮ້ອງໃຫ້ສະມາຄົມສົ່ງເສີມການຮຽນ ຫວຽດນາມ ໝູນໃຊ້ການຫັນເປັນດີຈີຕອນໃນຂະບວນການສົ່ງເສີມການຮຽນ, ສົ່ງເສີມຜູ້ເກັ່ງກ້າສາມາດຢ່າງຂ້ຽວຂາດ, ສ້າງ ແລະ ທົດລອງສຳເນົາເອກະສານຮ່ຳຮຽນຕະຫຼອດຊີວິດໃນສະມາຄົມທຸກຂັ້ນ ມຸ່ງໄປເຖິງການຜັນຂະຫຍາຍໃນທົ່ວປະເທດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.