ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ​, ອວຍ​ພອນ​ປີ​ໃໝ່​ກຳ​ມະ​ກອນ​ຂະ​ແໜງ​ຖ່ານ​ຫີນ​ຢູ່​ແຂວງ ກວາງ​ນິງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ຢ້ຽມ​ຢາມ​, ອວຍ​ພອນ​ປີ​ໃໝ່​ກຳ​ມະ​ກອນ​ຂະ​ແໜງ​ຖ່ານ​ຫີນ​ຢູ່​ແຂວງ ກວາງ​ນິງ

(VOVWORLD) - ໃນການປະຕິບັດງານຢູ່ ກວາງນິງ, ຕອນເຊົ້າວັນທີ 27 ມັງກອນ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ຢ້ຽມຢາມ ແລະ ເປັນປະທານການພົບປະສັງສັນອວຍພອນປີໃໝ່ປີມະເມຍ 2026 ກຳມະກອນຂະແໜງຖ່ານຫີນເປັນຈຳນວນຫຼາຍ. ເຂົ້າຮ່ວມການປະຕິບັດງານຄັ້ງນີ້ມີທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

 ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ການພົບປະ

ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ກຸ່ມບໍລິສັດອຸດສາຫະກຳຖ່ານຫີນ ແລະ ແຮ່ທາດ ຫວຽດນາມ ສືບຕໍ່ເບິ່ງແຍງດ້ານເຮືອນຢູ່, ສະຫວັດດີການ ແລະ ບັນດານະໂຍບາຍສັງຄົມໃຫ້ແກ່ກຳມະກອນ. ສຳລັບກຳມະກອນຂະແໜງຖ່ານຫີນ, ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ ພະນັກງານ, ກຳມະກອນບໍ່ແຮ່ສືບຕໍ່ຮັກສາຄວາມປອດໄພ, ຍົກສູງລະດັບອາຊີບ ແລະ ລະບຽບວິໄນອຸດສາຫະກຳ.

ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານນາຍົກລັດຖະມົນຕີ
ຟ້າມມິງຈິງ ມອບຂອງຂວັນປີໃໝ່ໃຫ້ແກ່ກຳມະກອນ (ພາບ: VOV)

“ຍົກສູງສະມັດຕະພາບ, ຄຸນນະພາບ ແລະ ປະສິດທິຜົນແຮງງານ. ສະມັດຕະພາບແຮງງານແມ່ນພື້ນຖານຂອງການເຕີບໂຕ ແລະ ແມ່ນພື້ນຖານຍືນຍົງເພື່ອຍົກສູງລາຍຮັບໃຫ້ແກ່ກຳມະກອນ. ທົ່ວຂະແໜງຕ້ອງສືບຕໍ່ປ່ຽນແປງໃໝ່ຈັດຕັ້ງການຜະລິດ, ຍູ້ແຮງການຫັນເປັນກົນຈັກ, ຫັນເປັນອັດຕະໂນມັດ, ໝູນໃຊ້ວິທະຍາສາດ - ເຕັກໂນໂລຢີ ແລະ ຫັນປັນດີຈີຈອນໃນການບໍລິຫານ, ບໍລິຫານບໍ່. ຈິດໃຈ “ວິໄນ ແລະ ຮ່ວມຈິດຮ່ວມໃຈ” ຕ້ອງໄດ້ຫັນເປັນລະອຽດກາຍເປັນວິໄນເຕັກໂນໂລຢີ, ວິໄນຄວາມປອດໄພ, ວິໄນແຮງງານ; ຖືນີ້ແມ່ນຄຳຮຽກຮ້ອງທີ່ຈຳເປັນໃນການຈັດຕັ້ງການຜະລິດ, ເພື່ອແນໃສ່ຫຼຸດຜ່ອນຜົນເສຍຫາຍຊັບພະຍາກອນທຳມະຊາດ, ຍົກສູງປະສິດທິຜົນນຳໃຊ້ເຄື່ອງຈັກ, ອຸປະກອນ ແລະ ກຳລັງແຮງງານ. ການເພີ່ມສະມັດຕະພາບ ຕິດພັນກັບການເພີ່ມລາຍຮັບ ແລະ ປົວແປງຊີວິດການເປັນຢູ່ຂອງກຳມະກອນ”.


This site is protected by reCAPTCHA and the Google Privacy Policy and Terms of Service apply.