ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ຝູ​ທໍ້, ຫວິງ​ຟຸກ ແລະ ຮ​ວ່າ​ບິ່ງ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​ພັກ​ແຂວງ ຝູ​ທໍ້, ຫວິງ​ຟຸກ ແລະ ຮ​ວ່າ​ບິ່ງ

(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 3 ແຂວງ ສັບຊ້ອນກົງຈັກການຈັດຕັ້ງຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຮັບປະກັນບັນດາຫຼັກການກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ຈະແຈ້ງ ແລະ ເຄື່ອນໄຫວຢ່າງລຸລ່ວງ; ສືບຕໍ່ປັບປຸງຍຸດທະສາດພັດທະນາເສດຖະກິດ - ສັງຄົມໂດຍສັງເຂດໃຫ້ແກ່ແຂວງໃໝ່ ໃຫ້ມີແບບມີແຜນ, ວິທະຍາສາດ, ມີວິໄສທັດໃນໄລຍະຍາວ.

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານການເຮັດວຽກ

ຕອນເຊົ້າວັນທີ 10 ມິຖຸນາ, ຢູ່ນະຄອນ ຫວຽດຈີ່, ແຂວງ ຝູທໍ້ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ເປັນປະທານການເຮັດວຽກກັບຄະນະປະຈຳພັກແຂວງ ຝຸທໍ້, ຫວິງຝຸກ ແລະ ຮວ່າບິ່ງ ກ່ຽວກັບສະພາບການ ແລະ ຜົນການຜັນຂະຫຍາຍປະຕິບັດບັນດາມະຕິ, ບົດສະຫຼຸບຂອງສູນກາງ; ເລື່ອງສັບຊ້ອນກົງຈັກການຈັດຕັ້ງຂອງທ້ອງຖິ່ນ; ເລື່ອງການຊີ້ນຳປະຕິບັດໜ້າທີ່ເຕີບໂຕພັດທະນາເສດຖະກິດຢູ່ທ້ອງຖິ່ນ ແລະ ວຽກງານຊ່ວຍໜູນຊ່ວຍສັງຄົມ.

        ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ 3 ແຂວງ ສັບຊ້ອນກົງຈັກການຈັດຕັ້ງຕາມຮູບແບບອຳນາດການປົກຄອງທ້ອງຖິ່ນສອງຂັ້ນ, ຮັບປະກັນບັນດາຫຼັກການກະທັດລັດ, ມີປະສິດທິພາບ, ປະສິດທິຜົນ, ຈະແຈ້ງ ແລະ ເຄື່ອນໄຫວຢ່າງລຸລ່ວງ; ສືບຕໍ່ປັບປຸງຍຸດທະສາດພັດທະນາເສດຖະກິດ - ສັງຄົມໂດຍສັງເຂດໃຫ້ແກ່ແຂວງໃໝ່ ໃຫ້ມີແບບມີແຜນ, ວິທະຍາສາດ, ມີວິໄສທັດໃນໄລຍະຍາວ.

ທ່ານເລຂາທິການໃຫຍ່ ໂຕເລິມ ຖ່າຍຮູບເປັນທີ່ລະນຶກນຳການນຳ 3 ແຂວງ 

        ກ່ຽວກັບການຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກແຂວງໃໝ່ ແລະ ທຸກຂັ້ນທີ່ຂຶ້ນກັບ, ທ່ານເລຂາທິການໃຫຍ່ ໂຕເລີມ ເນັ້ນໜັກວ່າ:

        “ຕ້ອງເອົາໃຈໃສ່ເປັນພິເສດເຖິງອົງປະກອບໃຫ້ມີຄວາມເໝາະສົມ, ມີລັກສະນະສືບທອດ ແລະ ປ່ຽນແປງໃໝ່, ຄວາມກົມກຽວລະຫວ່າງບັນດາເຂດ, ຊົນເຜົ່າ, ລຸ້ນຄົນ ແລະ ເພດໄວ ໃນການວາງແຜນບຸກຄະລາກອນ. ວິວັດການກະກຽມ ແລະ ຈັດຕັ້ງກອງປະຊຸມຕ້ອງຕິດພັນກັບວຽກງານແນວຄິດ, ໂຄສະນາ, ຂົນຂວາຍເພື່ອຍົກສູງສະຕິຄວາມຮັບຮູ້, ສ້າງຄວາມເຫັນດີເຫັນພ້ອມໃນທົ່ວອົງຄະນະພັກ ແລະ ລະບົບການເມືອງ, ປຸກລຸກນ້ຳໃຈຄວາມຮັບຜິດຊອບ, ຄວາມຄາດຫວັງອຸທິດສ່ວນ ແລະ ຄວາມຕັດສິນໃຈປ່ຽນແປງໃໝ່ໃນທົ່ວສັງຄົມ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.