ຂ່າວເດັ່ນ

ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຊີ້​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປີ 2026

ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຊີ້​ອອກ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປີ 2026

(VOVWORLD) - ທ່ານເລຂາທິການໃຫຍ່ ສປຊ António Guterres ມີບົດກ່າວຄຳເຫັນນະໂຍບາຍຕົ້ນປີ ໃນຖານະເປັນຜູ້ນຳຂອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ໃນນັ້ນໄດ້ຊີ້ອອກບັນດາສິ່ງທ້າທທາຍທົ່ວໂລກໃນປີ 2026.

ວັນທີ 15 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ António Guterres ມີບົດກ່າວຄຳເຫັນນະໂຍບາຍຕົ້ນປີ ໃນຖານະເປັນຜູ້ນຳຂອງອົງການຫຼາຍຝ່າຍໃຫຍ່ທີ່ສຸດໃນໂລກ, ໃນນັ້ນໄດ້ຊີ້ອອກບັນດາສິ່ງທ້າທທາຍທົ່ວໂລກໃນປີ 2026. ທ່ານ António Guterres ກ່າວເຕືອນວ່າ ໂລກປັດຈຸບັນ ເຕັມໄປດ້ວຍການປະທະກັນ, ຄວາມຂາດສະເໝີພາບ ແລະ ບັນດາການຜັນແປທີ່ສັບສົນ”, ໃນຈຸດເວລາການຮ່ວມມືສາກົນ ອ່ອນແອລົງກົງກັບຈຸດເວລາທີ່ຈຳເປັນຮີບຮ້ອນທີ່ສຸດ. ໃນຂະນະນັ້ນ, ລະບົບທົ່ວໂລກ ກໍ່ພວມຖືກກົດດັນແບບທີ່ບໍ່ເຄີຍມີມາກ່ອນ ຍ້ອນສົງຄາມ, ການແບ່ງແຍກ, ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມເຄົາລົບນັບຖືຕໍ່ກົດໝາຍສາກົນທີ່ດລົງ. ທ່ານຕີລາຄາວ່າໃນສະພາບການປັດຈຸບັນລັດທິຫຼາຍຝ່າຍພວມປະເຊີນໜ້າກັບສິ່ງທ້າທາຍຢ່າງແທ້ຈິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.