ຂ່າວເດັ່ນ

ເລຂາທິການໃຫຍ່ ໂຕເລິມ: ກາລະໂອກາດນຳໃຊ້ເຕັກໂນໂລຊີ ບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ

ເລຂາທິການໃຫຍ່ ໂຕເລິມ: ກາລະໂອກາດນຳໃຊ້ເຕັກໂນໂລຊີ ບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ

(VOVWORLD) - ບັນດາເຂດງານວາງສະແດງຖືກຈັດຂຶ້ນແບບມີຂອບຂະໜາດ, ວາງສະແດງ ບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດໂດຍພາຍໃຕ້ການນຳພາຂອງພັກ ແລະ ການບໍລິຫານຢ່າງຂ້ຽວຂາດ, ສ້າງສັນ ຂອງລັດຖະບານ ຢ່າງມີຊີວິດຊີວາ, ເປັນການພິສູດໃຫ້ເຫັນຢ່າງຊັດເຈນ ໃນໜຶ່ງສະໄໝການເຄື່ອນໄຫວ, ປ່ຽນແປງໃໝ່ ແລະ ພັດທະນາຢ່າງຮອບດ້ານ.

ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມກັບບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ຢ້ຽມຊົມງານວາງສະແດງຮູບພາບ

ຕອນເຊົ້າ ວັນທີ 13 ຕຸລາ, ກ່ອນພິທີເປີດກອງປະຊຸມໃຫຍ່ຄະນະຜູ້ແທນອົງຄະນະພັກລັດຖະບານ ຄັ້ງທີ່ 1, ສະໄໝປີ 2025-2030 ຈັດຂຶ້ນຢູ່ ຫໍປະຊຸມແຫ່ງຊາດ ມີ້ດິ້ງ (ນະຄອນຫຼວງຮ່າໂນ້ຍ), ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລິມ ພ້ອມກັບບັນດາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ ໄດ້ໄປຢ້ຽມຢາມ ງານວາງສະແດງຮູບພາບ ກ່ຽວກັບຜົນສຳເລັດ, ຜົນງານ ສະໄໝປີ 2021-2025 ຂອງບັນດາຄະນະພັກທີ່ຂຶ້ນກັບຄະນະພັກລັດຖະບານ; ງານວາງສະແດງຜົນສຳເລັດທາງດ້ານວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດິຈິຕອລ; ງານວາງສະແດງຜົນສຳເລັດການພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ.

    ໃນຂອບເຂດກອງປະຊຸມໃຫຍ່, ບັນດາເຂດງານວາງສະແດງຖືກຈັດຂຶ້ນແບບມີຂອບຂະໜາດ, ວາງສະແດງ ບັນດາຜົນສຳເລັດອັນພົ້ນເດັ່ນຂອງປະເທດຊາດໂດຍພາຍໃຕ້ການນຳພາຂອງພັກ ແລະ ການບໍລິຫານຢ່າງຂ້ຽວຂາດ, ສ້າງສັນ ຂອງລັດຖະບານ ຢ່າງມີຊີວິດຊີວາ, ເປັນການພິສູດໃຫ້ເຫັນຢ່າງຊັດເຈນ ໃນໜຶ່ງສະໄໝການເຄື່ອນໄຫວ, ປ່ຽນແປງໃໝ່ ແລະ ພັດທະນາຢ່າງຮອບດ້ານ. ເມື່ອຢ້ຽມຊົມເຂດວາງສະແດງຕາໜ່າງການບໍລິການຫຼາຍຕ່ອງໂສ້ ບັອກເຊັນ ຫວຽດນາມ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່ານີ້ແມ່ນ ໂອກາດນຳໃຊ້ເຕັກໂນໂລຊີ ບັອກເຊັນ ເພື່ອເພີ່ມສະມັດຕະພາບແຮງງານໃຫ້ຫວຽດນາມ ແລະ ຊຸກຍູ້ການເພີ່ມທະວີແຫຼ່ງລາຍຮັບງົບປະມານ.

This site is protected by reCAPTCHA and the Google Privacy Policy and Terms of Service apply.