ຂ່າວເດັ່ນ

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

ເລຂາທິການໃຫຍ່ສະຫະປະຊາຊາດ: ກົດບັດສະຫະປະຊາຊາດຕ້ອງໄດ້ເຄົາລົບ

(VOVWORLD) - ຕາມທ່ານເລຂາທິການໃຫຍ່ Antonio Guterres ແລ້ວ, ກົດບັດສະຫະປະຊາຊາດແມ່ນຖະແຫຼງການກ່ຽວກັບຄວາມຫວັງ ແລະ ເປັນພື້ນຖານຂອງການຮ່ວມມືສາກົນເພື່ອໂລກທີ່ດີງາມກວ່າ.

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບ: The United Nations)

        ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ກ່າວເຕືອນວ່າ, ກົດບັດຂອງສະຫະປະຊາຊາດພວມຖືກເມີນເສີຍຢ່າງຮ້າຍແຮງ ໃນສະພາວະເຫຼີມສະຫຼອງ 80 ປີແຫ່ງວັນເຊັນເອກະສານນີ້.

        ວັນທີ 26 ມິຖຸນາ, ກ່າວຄຳເຫັນທີ່ເຫດການຂອງສະມັດຊາໃຫຍ່ສະຫະປະຊາຊາດສະເຫຼີມສະຫຼອງ 80 ປີແຫ່ງວັນເຊັນກົດບັດສະຫະປະຊາຊາດ, ທ່ານເລຂາທິການໃຫຍ່ Antonio Guterres ເນັ້ນໜັກວ່າ, ໂລກພວມເຫັນປະຈັກຕາຫຼາຍການເຄື່ອນໄຫວບຸກໂຈມຕີແນໃສ່ບັນດາຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ຈາກການນາບຂູ່ນຳໃຊ້ອາວຸດເພື່ອຕ້ານຄືນບັນດາປະເທດມີອະທິປະໄຕ; ລະເມີດກົດໝາຍສາກົນ, ລວມທັງກົດໝາຍວ່າດ້ວຍມະນຸດສະທຳສາກົນ ແລະ ກົດໝາຍວ່າດ້ວຍສິດທິມະນຸດສາກົນ; ແນໃສ່ສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ ຕະຫຼອດຮອດອາວຸດເຄມີ, ທັນຍາຫານ ແລະ ນ້ຳດື່ມ; ເຮັດໃຫ້ສິດທິມະນຸດອ່ອນແອລົງ.

        ຕາມທ່ານເລຂາທິການໃຫຍ່ Antonio Guterres ແລ້ວ, ກົດບັດສະຫະປະຊາຊາດແມ່ນຖະແຫຼງການກ່ຽວກັບຄວາມຫວັງ ແລະ ເປັນພື້ນຖານຂອງການຮ່ວມມືສາກົນເພື່ອໂລກທີ່ດີງາມກວ່າ.

This site is protected by reCAPTCHA and the Google Privacy Policy and Terms of Service apply.