ຂ່າວເດັ່ນ

ເລື່ອງ ຫວຽດນາມ ປະຕິບັດອຳນາດການປົກຄອງ 2 ຂັ້ນແມ່ນບາດກ້າວເດີນຕ້ອງເປັນໄປ ແລະ ຈຳເປັນ

ເລື່ອງ ຫວຽດນາມ ປະຕິບັດອຳນາດການປົກຄອງ 2 ຂັ້ນແມ່ນບາດກ້າວເດີນຕ້ອງເປັນໄປ ແລະ ຈຳເປັນ

(VOVWORLD) - ການດັດປັບແມ່ນບາດກ້າວເດີນຕ້ອງເປັນໄປ ແລະ ຈຳເປັນ ໃນສະພາບທີ່ ຫວຽດນາມ ພວມມຸ່ງໄປເຖິງຮູບແບບການພັດທະນາຍືນຍົງ

(ພາບປະກອບ)

        ເມື່ອຕີລາຄາເລື່ອງ ຫວຽດນາມ ໂຮມຫົວໜ່ວຍບໍລິຫານ, ທ່ານນາງ Rachel Isenschmid, ເລຂາເວທີປາໄສເສດຖະກິດ ສະວິດ - ຫວຽດນາມ (SVEF), ຖືວ່າ ການດັດປັບແມ່ນບາດກ້າວເດີນຕ້ອງເປັນໄປ ແລະ ຈຳເປັນ ໃນສະພາບທີ່ ຫວຽດນາມ ພວມມຸ່ງໄປເຖິງຮູບແບບການພັດທະນາຍືນຍົງ, ມີປະສິດທິຜົນ ແລະ ມີກຳລັງແກ່ງແຍ້ງສູງກວ່າ. ເລື່ອງຜັນຂະຫຍາຍອຳນາດການປົກຄອງ 2 ຂັ້ນໄດ້ສ້າງບັນດາຫົວໜ່ວຍບໍລິຫານ - ເສດຖະກິດມີຂອບຂະໜາດໃຫຍ່, ຊ່ວຍເພີ່ມກຳລັງແກ່ງແຍ້ງຢູ່ພາກພື້ນ ແລະ ຫຼຸດຜ່ອນການແບ່ງແຍກແຫຼ່ງກຳລັງ.

        SVEF ກໍ່ເຫັນໄດ້ຄວາມສາມາດບົມຊ້ອນຂອງການສ້າງບັນດາເຂດຮ່ວມມືຂ້າມຊາຍແດນລະຫວ່າງບັນດາແຂວງ, ນະຄອນຂອງ ຫວຽດນາມ ສຳລັບບັນດາຄູ່ຮ່ວມມື ສະວິດ ແລະ ສາກົນ, ພິເສດແມ່ນໃນຂົງເຂດການເງິນສີຂຽວ, ການຜະລິດອຸດສາຫະກຳເຕັກໂນໂລຊີສູງ, ບຳລຸງສ້າງອາຊີບ ແລະ ເລີ່ມດຳເນີນທຸລະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.