ຂ່າວເດັ່ນ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

ເປັ​ນ​ເຈົ້າ​ການ​ຕັ້ງ​ໜ້າ​ປະ​ຕິ​ບັດ​ວຽກ​ງານ​ການ​ຕ່າງ​ປະ​ເທດ​ເສດ​ຖະ​ກິດ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ເຕີບ​ໂຕ​ບັນ​ລຸ ສອງ​ຕົວ​ເລກ

(VOVWORLD) - ຕອນຄ່ຳວັນທີ 10 ມັງກອນ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມສະຫຼຸບວຽກງານການຕ່າງປະເທດເສດຖະກິດປີ 2025ແລະ ຜັນຂະຫຍາຍໜ້າທີ່ປີ 2026.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ປີ 2025, ວຽກງານການຕ່າງປະເທດ ແລະ ເຊື່ອມໂຍງເຂົ້າກັບສາກົນບັນລຸຜົນສຳເລັດຫຼາຍຢ່າງທີ່ມີຄວາມໝາຍຍຸດທະສາດ. ຫວຽດນາມ ໄດ້ຍົກລະດັບການພົວພັນກັບ 17 ປະເທດ, ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມື 350  ສະບັບ (ທົບ 2,5 ເທົ່າປີ 2024) ໃນນັ້ນມີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ ແມ່ນຈຸດສຸມ ແລະ ໄດ້ຮັບການຊຸກຍູ້ກັບຫຼາຍຄູ່ຮ່ວມມືຫຼັກແຫຼ່ງ, ສຳຄັນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກເຖິງຄວາມຕັດສິນໃຈການເຕີບໂຕເສດຖະກິດບັນລຸລະດັບ 2 ຕົວເລກໃນປີນີ້ ແລະ ສະເໜີຕ້ອງເປັນເຈົ້າການຕັ້ງໜ້າໃນການປະຕິບັດວຽກງານການຕ່າງປະເທດເສດຖະກິດ, ປະກອບສ່ວນຊຸກຍູ້ການເຕີບໂຕບັນລຸລະດັບ 2 ຕົວເລກ, ຫັນຕະຫຼາດ, ຜະລິດຕະພັນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ.

ທ່ານນາຍົກລັດຖະມົນຕີ ສະເໜີຖືຈຸດສຸມໃນການ ການປະຕິບັດວຽກງານການຕ່າງປະເທດເສດຖະກິດ ຕາມການກຳນົດທິດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ບັນດາມະຕິຂອງກົມການເມືອງ. ຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດເຕັກໂນໂລຢີ, ການພັດທະນາສີຂຽວໃນສັງກາດດີຈີຕອນ, ເຊື່ອມໂຍງນັກວິທະຍາສາດ, ປັນຍາຊົນ, ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.