ຂ່າວເດັ່ນ

ເພີ່ມ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຈົດ​ທະ​ບຽ​ນ​ສ້າງ​ຕັ້ງ​ໃໝ່ ແລະ ວິ​ສາ​ຫະ​ກິດ​ກັບ​​ມາ​ເຄື່ອນ​ໄຫວ​ຄືນ​ໃໝ່

ເພີ່ມ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຈົດ​ທະ​ບຽ​ນ​ສ້າງ​ຕັ້ງ​ໃໝ່ ແລະ ວິ​ສາ​ຫະ​ກິດ​ກັບ​​ມາ​ເຄື່ອນ​ໄຫວ​ຄືນ​ໃໝ່

(VOVWORLD) - ສະພາບວິສາຫະກິດຈົດທະບຽນໃໝ່ ກໍຄືບັນດາວິສາຫະກິດກັບຄືນມາເຄື່ອນໄຫວໃໝ່ໃນຊຸມເດືອນຕົ້ນປີ 2025 ແມ່ນມີຄວາມຕັ້ງໜ້າທີ່ສຸດ.

ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ (ພາບ: VGP)

  ເມື່ອແບ່ງປັນກ່ຽວກັບຂໍ້ມູນຢູ່ການຖະແຫຼງຂ່າວລັດຖະບານປະຈຳເດືອນເມສາ ທີ່ໄດ້ດຳເນີນໃນວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໃຫ້ຮູ້ວ່າ   ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມເຊື່ອໝັ້ນຕໍ່ແງ່ຫວັງຟື້ນຟູ ແລະ ການເຕີບໂຕເສດຖະກິດຂອງ ຫວຽດນາມ.

        ລະອຽດ, ເກືອບ 90.000 ວິສາຫະກິດໄດ້ຮັບການສ້າງຕັ້ງໃໝ່ ແລະ ກັບມາເຄື່ອນໄຫວຄືນໃໝ່, ເພີ່ມຂຶ້ນ 9,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ພິເສດແມ່ນທຶນຈົດທະບຽນສ້າງຕັ້ງວິສາຫະກິດໃໝ່ກໍເພີ່ມຂຶ້ນສູງ, ເພີ່ມຂຶ້ນປະມານ 1,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ອະທິບາຍວ່າ:

        “ຄວາມເຊື່ອໝັ້ນຂອງວິສາຫະກິດຕໍ່ສະພາບແວດລ້ອມແຫ່ງການຜະລິດ, ດຳເນີນທຸລະກິດ ກໍຄືແງ່ຫວັງການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປັດຈຸບັນ ແມ່ນດີທີ່ສຸດ. ນີ້ແມ່ນໝາກຜົນຈາກວຽກງານຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີ. ຄວາມເຊື່ອໝັ້ນດັ່ງກ່າວ ກໍຖືກການກຳນົດ ແລະ ຜົນກະທົບຫຼາຍຢ່າງຈາກບັນດາວິວັດທະນາການປະຕິຮູບທີ່ພວມເກີດຂຶ້ນໃນພື້ນຖານເສດຖະກິດ”.

This site is protected by reCAPTCHA and the Google Privacy Policy and Terms of Service apply.