ຂ່າວເດັ່ນ

ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​​ຄ້າຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ - ຈີນ

ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ການ​ຄ້າ​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​​ຄ້າຂາຍ​ຜະ​ລິດ​ຕະ​ພັນ​ກະ​ເສດ ຫວຽດ​ນາມ - ຈີນ

(VOVWORLD) - ຈີນແມ່ນຄູ່ຮ່ວມມືການຄ້າໃຫຍ່ ແລະ ແມ່ນຕະຫຼາດສົ່ງອອກແຖວໜ້າຂອງ ຫວຽດນາມ, ພິເສດແມ່ນສຳລັບໝວດຜະລິດຕະພັນກະເສດ ແລະ ສິນໃນນ້ຳ.

ທ່ານ ນົງດຶກລາຍ, ທູດການຄ້າ ຫວຽດນາມ ະຈຳ ຈີນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ກອງປະຊຸມແລກປ່ຽນການຄ້າວິສາຫະກິດຄ້າຂາຍຜະລິດຕະພັນກະເສດ ຫວຽດນາມ - ຈີນ ໄດ້ດຳເນີນໃນຕອນບ່າຍວັນທີ 5 ສິງຫາ, ຢູ່ບັກກິ່ງ, ເພື່ອແນໃສ່ນຳສິນຄ້າ ຫວຽດນາມ, ພິເສດແມ່ນຜະລິດຕະພັນກະເສດ, ສິນໃນນ້ຳເຂົ້າບັນດາທ້ອງຖິ່ນທາງພາກເໜືອ ແລະ ພາກກາງ ຈີນ ຢ່າງເລິກເຊິ່ງກວ່າ. ເຂົ້າຮ່ວມເຫດການດັ່ງກ່າວມີຜູ້ຕາງໜ້າຂອງວິສາຫະກິດຫຼາຍກວ່າ 40 ແຫ່ງ ຂຶ້ນກັບຂະແໜງຈຳໜ່າຍ, ຂາຍຍ່ອຍ, ບໍລິສັດນຳເຂົ້າຜະລິດຕະພັນກະເສດ, ອາຫານ, ແພຼດຟອມການຄ້າເອກເລັກໂຕນິກຂອງ ຫວຽດນາມ ແລະ ຈີນ.

        ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ນົງດຶກລາຍ, ທູດການຄ້າ ຫວຽດນາມ ະຈຳ ຈີນ ໃຫ້ຮູ້ວ່າ:

        “ເຄື່ອນໄຫວເພື່ອແນໃສ່ຂຸດຄົ້ນ, ເປີດກວ້າງຕະຫຼາດຢູ່ເຂດພາກເໜືອ ທີ່ເຕັມໄປດ້ວຍກຳລັງບົ່ມຊ້ອນ ແລະ ຄວາມຕ້ອງການບໍລິໂພກສູງຂອງ ຈີນ. ນອກຈາກນັ້ນ ແມ່ນເພື່ອໃຫ້ລະບົບຂາຍຍ່ອຍ, ບັນດາບໍລິສັດນຳເຂົ້າ ແລະ ຜູ້ບໍລິໂພກຂອງ ຈີນ ຮັບຮູ້ສິນຄ້າ ແລະ ເຄື່ອງໝາຍການຄ້າ ຫວຽດນາມ”.

        ຈີນແມ່ນຄູ່ຮ່ວມມືການຄ້າໃຫຍ່ ແລະ ແມ່ນຕະຫຼາດສົ່ງອອກແຖວໜ້າຂອງ ຫວຽດນາມ, ພິເສດແມ່ນສຳລັບໝວດຜະລິດຕະພັນກະເສດ ແລະ ສິນໃນນ້ຳ.

ນັກຂ່າວ VOV  ປະຈຳ ຈີນ


This site is protected by reCAPTCHA and the Google Privacy Policy and Terms of Service apply.