ຂ່າວເດັ່ນ

ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ, ນຳ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ້ານ​ຊ້າງ​ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ, ນຳ​ການ​ຮ່ວມ​ມື ແມ່​ນ້ຳ​ຂອງ - ລ້ານ​ຊ້າງ​ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) - ເນື່ອງໃນໂອກາດກອງປະຊຸມລັດຖະມົນຕີການຕ່າງປະເທດຮ່ວມມື ແມ່ຂອງ - ລ້ານຊ້າງ ຄັ້ງທີ 10 ຢູ່ແຂວງ ຢຸນໜານ, ປະເທດຈີນ ໃນວັນທີ 14 ສິງຫາ, ທ່ານ ບຸ່ຍແທັງເຊິນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົນທະນາກັບທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ.

ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫວາງອີ ລັດຖະມົນຕີການຕ່າງປະເທດ ຈີນ (ພາບ: ກະຊວງການຕ່າງປະເທດ)

ໃນການສົນທະນາ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ສະເໜີໃຫ້ສອງຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຄ້າ, ຊຸກຍູ້ການຮ່ວມມືວິທະຍາສາດເຕັກໂນໂລຢີກາຍເປັນຈຸດພົ້ນເດັ່ນໃໝ່; ຍົກສູງຄຸນນະພາບ, ປະສິດທິຜົນການຮ່ວມມືໃນບັນດາຂົງເຂດ, ໃນນັ້ນ, ໃຫ້ບຸລິມະສິດແຖວໜ້າການຮ່ວມມືທາງລົດໄຟ, ລົງມືກໍ່ສ້າງເສັ້ນທາງລົດໄຟ ລາວກາຍ - ຮ່າໂນ້ຍ -ຫາຍຟ່ອງ ໃນປີ 2025… ທ່ານຢັ້ງຢືນວ່າ ຫວຽດນາມ ຖືການຮ່ວມມືແມ່ຂອງ - ລ້ານຊ້າງ ເປັນສຳຄັນ; ສະເໜີໃຫ້ບັນດາຝ່າຍເພີ່ມທະວີການຮ່ວມມືຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ ແມ່ນ້ຳຂອງ - ລ້ານຊ້າງ ແບບຍືນຍົງ ແລະ ປະສິດທິຜົນ.

ບັນຍາກາດການໂອ້ລົມສົນທະນາລະຫວ່າງສອງຝ່າຍ (ພາບ: ກະຊວງການຕ່າງປະເທດ)

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຫວາງອີ ເນັ້ນໜັກວ່າ ຈີນ ກຽມພ້ອມທີ່ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອເປີດກວ້າງການນຳເຂົ້າສິນຄ້າຂອງ ຫວຽດນາມ, ຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ເພີ່ມທະວີການລົງທຶນທີ່ມີຄຸນນະພາບສູງ, ເປີດກວ້າງການຮ່ວມມືກ່ຽວກັບວິທະຍາສາດເຕັກໂນໂລຢີ, ປັນຍາປະດິດ, ເສດຖະກິດດີຈີຕອນ…

        ກ່ຽວກັບບັນຫາຢູ່ທະເລ, ສອງຝ່າຍເຫັນດີຄວບຄຸມຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.