ຂ່າວເດັ່ນ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ແ​ອັດ​ໂຕ​ເນຍ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ແ​ອັດ​ໂຕ​ເນຍ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສ.ແອັດໂຕເນຍ ຢ່າງເປັນທາງການ, ຕອນບ່າຍວັນທີ 5 ມິຖຸນາ (ຕາມເວລາທ້ອງຖິ່ນ) ຢູ່ສຳນັກງານສະພາແຫ່ງຊາດ ແອັດໂຕເນຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດ ແອັດໂຕເນຍ Lauri Hussar.

ບັນດາຜູ້ແທນເຂົ້າຮ່ວມການພົບປະ(ພາບ: VOV)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ແອັດໂຕະເນຍ ແມ່ນຮູບແບບກ່ຽວກັບນະວັດຕະກຳ, ລັດຖະບານເອເລັກໂຕນິກ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ພົນລະເມືອງດີຈີຕອນ ເຊິ່ງ ຫວຽດນາມປາດຖະໜາຢາກກຮ່ຳຮຽນ ເອົາບົດຮຽນປະສົບການ. ກ່ຽວກັບການຮ່ວມມືທາງການຄ້າ - ການລົງທຶນ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ແອັດໂຕເນຍ ມາລົງທຶນຢູ່ ຫວຽດນາມ. ກ່ຽວກັບບັນດາຂົງເຂດຮ່ວມມືອື່ນ, ທ່ານນາຍົກລັດຖະມົນຕີ ສະເໜີສອງຝ່າຍສ້າງກຸ່ມສະມາຊິກລັດຖະສະພາໂດຍໄວເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ; ທ່ານສະເໜີສະພາແຫ່ງຊາດ ແອັດໂຕເນຍ ສະໜັບສະໜູນ ແລະ ຊຸກຍູ້ເພື່ອໃຫ້ສອງຝ່າຍສ້າງຄະນະກຳມະການປະສົມ ຫວຽດນາມ - ແອັດໂຕເນຍ ກ່ຽວກັບການຮ່ວມມືເສດຖະກິດ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳໂດຍໄວ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ແລະ ທ່ານປະທານສະພາແຫ່ງຊາດ ແອັດໂຕເນຍ Lauri Hussar (ພາບ: VOV)

ສ່ວນທ່ານປະທານສະພາແຫ່ງຊາດ Lauri Hussar ຢັ້ງຢືນ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນຂອງ ແອັດໂຕເນຍຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ທ່ານເຊື່ອໝັ້ນວ່າ ບົດບາດເປັນຂົວເຊື່ອມຕໍ່ຂອງ ຫວຽດນາມ ແລະ ແອັດໂຕເນຍ ກໍ່ຄືການພົວພັນອັນດີງາມລະຫວ່າງສອງປະເທດຈະເພີ່ມກຳລັງແຮງໃຫ້ແກ່ການພົວພັນຮ່ວມມື EU - ອາຊຽນ ໃນໄລຍະຈະມາເຖິງ.

ເມື່ອແລກປ່ຽນກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ສອງຝ່າຍໄດ້ຢັ້ງຢືນຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບຜົນປະໂຫຍດຂອງບັນດາປະເທດແຄມທະເລ ສອດຄ່ອງກັບກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982(UNCLOS 1982), ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ ບົນພື້ນຖານເຄົາລົບກົດໝາຍສາກົນ, ບໍ່ນຳໃຊ້ ຫຼືນາບຂູ່ນຳໃຊ້ອາວຸດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.