ຂ່າວເດັ່ນ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ, ແລກ​ປ່ຽນ​ທິດ​ສະ​ດີ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ບຳ​ລຸງ​ສ້າງ​ພະ​ນັກ​ງານ, ແລກ​ປ່ຽນ​ທິດ​ສະ​ດີ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ

(VOVWORLD) - ທ່ານປະທານສະພາທິດສະດີ ສູນກາງ ຫງວຽນຊວັນທັ້ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ພັດທະນາຂອງລາວ

ທ່ານປະທານສະພາທິດສະດີ ສູນກາງ ຫງວຽນຊວັນທັ້ງ ແລະ ທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ (ພາບ: TTXVN)

ຕອນບ່າຍວັນທີ 5 ມັງກອນ, ຢູ່ຮ່າໂນ້ຍ, ທ່ານປະທານສະພາທິດສະດີ ສູນກາງ ຫງວຽນຊວັນທັ້ງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານ ຫງວຽນຊວັນທັ້ງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ສະໜັບສະໜູນພາລະກິດແຫ່ງການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ພັດທະນາຂອງລາວ, ທ່ານເນັ້ນໜັກວ່າ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຈະສົມທົບກັບສະຖາບັນ ການເມືອງ - ການປົກຄອງແຫ່ງຊາດ ລາວ ຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍປະຕິບັດ ຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງລັດ ແລະ ສອງສະຖາບັນ ເປັນຢ່າງດີ. ສ່ວນທ່ານ ຮອງປະທານສະພາແຫ່ງຊາດ ລາວ ຈະເລີນ ເຢຍປາວເຮີ ໃຫ້ຮູ້ວ່າ ເປົ້າໝາຍຂອງການຢ້ຽມຢາມ ແລະ ມາເຮັດວຽກຢູ່ ຫວຽດນາມ ເພື່ອແນໃສ່ແບ່ງປັນບົດຮຽນປະສົບການກັບສະພາແຫ່ງຊາດ ຫວຽດນາມ ໃນການຮຽບຮຽງປະຫວັດສາດຂອງສະພາແຫ່ງຊາດ ລາວ ໃນໄລຍະ 50 ປີແຫ່ງການເຕີບໃຫຍ່ ແລະ ພັດທະນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.