ຂ່າວເດັ່ນ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ​ ຕວັກ​ກີ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ລະ​ຫວ່າງ ຫວຽດ​ນາມ ແລະ​ ຕວັກ​ກີ

(VOVWORLD) - ຕອນເຊົ້າວັນທີ 11 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ (ຮ່າໂນ້ຍ), ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານ Yasar Guler ລັດຖະມົນຕີກະຊວງປ້ອງກັນປະເທດ ຕວັກກີ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 10 – 11 ກັນຍາ.


ກອງປະຊຸມສຳມະນາລະຫວ່າງສອງຝ່າຍ (ພາບ: qdnd.vn)

ທີ່ການໂອ້ລົມສົນທະນາພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກຟານວັນຢາງ ໄດ້ຢັ້ງຢືນວ່າ ຫວຽດນາມ ຢຶດໝັ້ນຕໍ່ນະໂຍບາຍປ້ອງກັນຊາດ “ສີ່ບໍ່”, ທັດນະສະສະເໜີຕົ້ນສະເໜີປາຍຂອງ ຫວຽດນາມແມ່ນ ຢຶດໝັ້ນຕໍ່ການຕໍ່ສູ້ແກ້ໄຂທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ, ເປັນຕົ້ນແມ່ນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS), ບັນດາຄຳໝັ້ນສັນຍາສາກົນ, ພາກພື້ນ ກໍ່ຄືຖະແຫຼງການ ກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC), ສະໜັບສະໜູນການລົງນາມໃນກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງແທ້ຈິງ, ມີປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ. ກ່ຽວກັບທິດທາງການຮ່ວມມືດ້ານປ້ອງກັນຊາດໃນໄລຍະຈະມາເຖິງ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ສະເໜີສອງຝ່າຍເພີ່ມທະວີການຮ່ວມມືກ່ຽວກັບການບຳລຸງສ້າງ,ອຸດສາຫະກຳປ້ອງກັນຊາດ, ຮັກສາສັນຕິພາບ ສປຊ, ສືບຕໍ່ສະໜັບສະໜູນກັນຢູ່ບັນດາກົນໄກ, ເວທີປາໄສຫຼາຍຝ່າຍ ໃນພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ກໍ່ຄົ້ນຄ້ວາຊຸກຍູ້ການຮ່ວມມື, ແລກປ່ຽນບົດຮຽນປະສົບການໃນບັນດາຂົງເຂດອື່ນຄື: ກອງທັບເຮືອ, ກອງທັບອາກາດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ການຮັບມືກັບບັນດາສິ່ງທ້າທາຍແບບໃໝ່, ທະຫານຊ່າງແສງ, ຄົ້ນຫາທຳລາຍລູກລະເບີດບໍ່ທັນແຕກ.

ສ່ວນທ່ານລັດຖະມົນຕີ Yasar Guler ໄດ້ຕີລາຄາສູງຄວາມຕັ້ງໜ້າຂອງສອງຝ່າຍໃນຂົງເຂດບຳລຸງສ້າງດ້ວຍເລື່ອງເປັນຄັ້ງທຳອິດໃນປະຫວັດສາດ ທີ່ກະຊວງປ້ອງກັນປະເທດ ຕວັກກີ ຈັດສົ່ງນາຍທະຫານເສນາທິການມາບຳລຸງສ້າງຢູ່ວິທະຍາຄານປ້ອງກັນຊາດ ຫວຽດນາມ ແລະ ຈະສືບຕໍ່ຈັດສົ່ງບັນດານາຍທະຫານມາຮຽນພາສາ ຫວຽດນາມ ຢູ່ສະຖາບັນວິທະຍາສາດການທະຫານ. ທ່ານລັດຖະມົນຕີ Yasar Guler ກໍ່ໃຫ້ຮູ້ວ່າພ້ອມແລ້ວທີ່ຈະຮັບເອົາບັນດານັກສຳມະນາກອນ, ນາຍທະຫານ ຫວຽດນາມ ໄປເຂົ້າຮ່ວມຊຸກບຳລຸງສ້າງຕ່າງໆຢູ່ ຕວັກກີ.

This site is protected by reCAPTCHA and the Google Privacy Policy and Terms of Service apply.