ຂ່າວເດັ່ນ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ນັກ​ທຸ​ລະ​ກິດ​ຍິງ ຫວຽດ​ນາມ, ຟີ​ລິບ​ປິນ ແລະ ກາ​ຊັກ​ສະ​ຖານ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ນັກ​ທຸ​ລະ​ກິດ​ຍິງ ຫວຽດ​ນາມ, ຟີ​ລິບ​ປິນ ແລະ ກາ​ຊັກ​ສະ​ຖານ

(VOVWORLD) - ທີ່ການພົບປະ, ບັນດາຜູ້ແທນໄດ້ແລກປ່ຽນບັນດາບັນຫາລະອຽດເພື່ອສ້າງພື້ນຖານໃຫ້ແກ່ການເຊື່ອມຕໍ່ຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

ນັກທຸລະກິດຍິງ ຫວຽດນາມ (ພາບ: VOV)

ຢູ່ນອກກອງປະຊຸມສຸດຍອດແມ່ຍິງທົ່ວໂລກຄັ້ງທີ 35 ທີ່ໄດ້ດຳເນີນແຕ່ວັນທີ 3 – 5 ກໍລະກົດ 2025, ຢູ່ນະຄອນຫຼວງ Berlin, ປະເທດເຢຍລະມັນ, ບັນດາຜູ້ແທນນັກທຸລະກິດຍິງ ຫວຽດນາມ ໄດ້ເຂົ້າຮ່ວມໂຄງການເຊື່ອມຕໍ່ດຳເນີນທຸລະກິດ ກັບຄະນະຜູ້ແທນທີ່ມາຈາກຟີລິບປິນ ແລະ ກາຊັກສະຖານ.

ກ່າວຄຳເຫັນທີ່ການພົບປະ, ທ່ານປ.ອ ນາງ ຟານບິກທຽນ ປະທານເວທີປາໄສແມ່ຍິງ ຫວຽດນາມ ຢູ່ເອີລົບ ໄດ້ເນັ້ນໜັກເຖິງລະດັບຄວາມສຳຄັນຂອງບັນດາການເຄື່ອນໄຫວເຊື່ອມຕໍ່ແມ່ຍິງບັນດາປະເທດໃນສັງກາດດີຈີຕອນປັດຈຸບັນ. ການພົບປະລະຫວ່າງນັກທຸລະກິດຍິງ ມາຈາກບັນດາປະເທດ ຈະສ້າງພື້ນຖານໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງ ຫວຽດນາມ ກັບບັນດາປະເທດເອີລົບ, ກາຊັກສະຖານ ແລະ ຟີລິບປິນໃນອະນາຄົດ.

ທີ່ການພົບປະ, ບັນດາຜູ້ແທນໄດ້ແລກປ່ຽນບັນດາບັນຫາລະອຽດເພື່ອສ້າງພື້ນຖານໃຫ້ແກ່ການເຊື່ອມຕໍ່ຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ. ການເຄື່ອນໄຫວນີ້ແມ່ນສິ່ງພິສູດໃຫ້ແກ່ເລື່ອງ ແມ່ຍິງ ຫວຽດນາມ ທີ່ມີຄວາມຂະຫຍັນຂັນເຄື່ອນ, ບືນຕົວ ອອກສູ່ໂລກ.

This site is protected by reCAPTCHA and the Google Privacy Policy and Terms of Service apply.