ຂ່າວເດັ່ນ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ສອງ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ທ້ອງ​ຖິ່ນ ສອງ​ປະ​ເທດ ຫວຽດ​ນາມ ແລະ ຍີ່​ປຸ່ນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຍີ່ປຸ່ນ, ວັນທີ 26 ກັນຍາ, ທ່ານ ເຈິ່ນກວາງເຟືອງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມແຂວງ Oita ຂຶ້ນກັບເຂດ Kyushu - ທາງທິດໃຕ້ຍີ່ປຸ່ນ.

ການພົບປະລະຫວ່າງສອງຝ່າຍ (ພາບ: VOV)

ຢູ່ບັນດາການພົບປະກັບທ່ານ Sato Kiichiro ຜູ້ວ່າການແຂວງ Oita ແລະ ທ່ານ Shima Koichi ປະທານສະພາລັດຖະສະພາທ້ອງຖິ່ນ,  ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຢັ້ງຢືນວ່າ ຫວຽດນາມ ປາດຖະໜາຢາກເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ ເລິກເຊິ່ງກວ່າໃນຫຼາຍຂົງເຂດ.

ສ່ວນການນຳແຂວງ Oita ໄດ້ຢັ້ງຢືນວ່າ ແຂວງ Oita ຖືເປັນສຳຄັນ ແລະ ປາດຖະໜາຢາກ ຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ ໃນບັນດາຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ການອອກແຮງງານ ແລະ ການທ່ອງທ່ຽວ, ກໍ່ຄືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ການປຸງແຕ່ງຜະລິດຕະພັນກະເສດ - ເຄື່ອງປາຂອງດົງ - ສິນໃນນ້ຳ. ຜູ້ວ່າການແຂວງ ແລະ ທ່ານປະທານສະພາລັດຖະສະພາແຂວງ Oita ກໍ່ສະແດງຄວາມປາດຖະໜາຢາກໄປຢ້ຽມຢາມ ຫວຽດນາມ ໂດຍໄວໃນໄລຍະຈະມາເຖິງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.