ຂ່າວເດັ່ນ

ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ສະ​ໜິດ​ຕິດ​ພັນ, ສັດ​ຊື່​ບໍ​ລິ​ສຸດ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ສະ​ໜິດ​ຕິດ​ພັນ, ສັດ​ຊື່​ບໍ​ລິ​ສຸດ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ

(VOVWORLD) - ຕອນບ່າຍວັນທີ 4 ມັງກອນ, ສະຖານທູດລາວ ປະຈຳ ຫວຽດນາມ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ມີການເຮັດວຽກກັບກອງບັນຊາການກຳລັງ ນະຄອນຫຼວງຮ່າໂນ້ຍ.

ການພົບປະ, ເຮັດວຽກລະຫວ່າງສອງຝ່າຍ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ ຢັ້ງຢືນວ່າ ເຫດການນີ້ ໄດ້ສະແດງໃຫ້ເຫັນສາຍພົວພັນທີ່ໃກ້ຊິດສະໜິດສະໜົມ ແລະ ເປັນມູນເຊື້ອອັນດີງາມຂອງຄວາມສາມັກຄີແບບພິເສດ ເຊິ່ງພະນັກງານ, ນັກຮົບກອງທັບປະຊາຊົນ ຫວຽດນາມ ສະຫງວນໃຫ້ແກ່ ປະຊາຊົນ ລາວ; ພ້ອມທັງປາດຖະໜາວ່າ, ໄວໜຸ່ມສອງປະເທດ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດນີ້ໃຫ້ໝັ້ນແກ່ນ.   ນາຍພົນຈັດຕະວາ ຫງວຽນກວັກຢວຽດ, ຜູ້ບັນຊາການກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ ຢັ້ງຢືນວ່າ: ກອງບັນຊາການກຳລັງນະຄອນຫຼວງ ຮ່າໂນ້ຍ ຍາມໃດກໍຊາບຊຶມນະໂຍບາຍການຕ່າງປະເທດຂອງພັກ ແລະ ລັດ ຫວຽດນາມ, ຍາມໃດກໍຖືສາຍພົວພັນກັບ ລາວ ແມ່ນສາຍພົວພັນແບບພິເສດ ແລະ ມີຄວາມສຳຄັນ, ພຽງແຕ່ໜຶ່ງບໍ່ມີສອງໃນການພົວພັນສາກົນ. ທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນເສີມຂະຫຍາຍນ້ຳໃຈຄວາມສາມັກຄີມິດຕະພາບແບບພິເສດ ກັບ ລາວ ແລະ ປາດຖະໜາວ່າ ລາວ ຈະຮັກສາເອກະລາດ, ອະທິປະໄຕ, ສະຖຽນລະພາບໃຫ້ໝັ້ນຄົງ ແລະ ນັບມື້ນັບພັດທະນາ.

This site is protected by reCAPTCHA and the Google Privacy Policy and Terms of Service apply.