ຂ່າວເດັ່ນ

ເພີ່ມ​ທະ​ວີກຳລັງແຮງ​​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ ​ສຸ​ຂະ​ພາບໜຶ່ງດຽວ

[VOVWORLD] - ໂຄງ​ການ​ໂດຍ​ລັດ​ຖະ​ບານ​ ຍີ່​ປຸ່ນ ​ອຸ​ປະ​ຖຳດ້ວຍ​ງົ​ບ​ປະ​ມານ 1,5 ລ້ານ USD, ໂດຍ IOM ແລະ FAO ​ສົມ​ທົບ​ກັບ​ລັດ​ຖະ​ບານ ຫວຽດ​ນາມ​ ຜັນ​ຂະ​ຫຍາຍ.

ວັນ​ທີ 3 ເມ​ສາ, ທ່ານ Ito Naoki ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ປະ​ຈຳ ຫວຽດ​ນາມ ພ້ອມ​ກັບ ​ຜູ້​ຕາງ​ໜ້າ ​ອົງ​ການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ແລະ ອົງ​ການ ​ອາ​ຫານ ແລະ ການກະເສດ ສ​ປ​ຊ (FAO) ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ແຂວງ ​ຮ່າ​ຕິງ ເພື່ອ​​ສຳຫຼວດກວດ​ຄືນ​ຄວາມ​ຄືບ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ເພີ່ມ​ທະ​ວີ​ກຳລັງແຮງ​ໃນ​ການ​ປະ​ຕິ​ບັດ​ຂໍ້​ລິ​ເລີ່ມ​ ​ສຸ​ຂະ​ພາບໜຶ່ງດຽວ ​ຢູ່ 4 ແຂວງ​ເຂດ​ຊາຍ​ແດນ​ຂອງ ຫວຽດ​ນາມ.

ໂຄງ​ການ​ໂດຍ​ລັດ​ຖະ​ບານ​ ຍີ່​ປຸ່ນ ​ອຸ​ປະ​ຖຳດ້ວຍ​ງົ​ບ​ປະ​ມານ 1,5 ລ້ານ USD, ໂດຍ IOM ແລະ FAO ​ສົມ​ທົບ​ກັບ​ລັດ​ຖະ​ບານ ຫວຽດ​ນາມ​ ຜັນ​ຂະ​ຫຍາຍ. ໂຄງ​ການ​​ແນ​ໃສ່​​ນຳ​​ຜົນ​ປະ​ໂຫຍດມາ​ໃຫ້​​ເກືອບ 2 ລ້ານ​ຄົນ, ລວມ​ມີ​ຖັນ​ແຖວ​ນັກ​ວິ​ຊາ​ການ​ໃນ​ຂົງ​ເຂດ​ການ​ແພດ ແລະ ສັດ​ຕະ​ວະ​ແພດ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ເປົ້​າ​ໝາຍ​ພັດ​ທະ​ນາ​ ​ກ່ຽວ​ກັບ​ກາ​ນສົ່ງເສີມ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ​ຢູ່ ຫວຽດ​ນາມແບບ​ຍືນ​ຍົງ.

This site is protected by reCAPTCHA and the Google Privacy Policy and Terms of Service apply.