ຂ່າວເດັ່ນ

ເພີ່ມທະວີການເຂົ້າຮ່ວມຂອງຕຳຫຼວດຍິງໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ

ເພີ່ມທະວີການເຂົ້າຮ່ວມຂອງຕຳຫຼວດຍິງໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ

(VOVWORLD) - ອັດຕາແມ່ຍິງຂອງກະຊວງຕຳຫຼວດເຂົ້າຮ່ວມວຽກງານດັ່ງກ່າວແມ່ນ 33,3%, ສູງກວ່າເມື່ອທຽບໃສ່ເປົ້າໝາຍຂອງສະຫະປະຊາຊາດເຊິ່ງແມ່ນ 20%

(ທີ່ກອງປະຊຸມສຳມະນາ)

        “ເພີ່ມທະວີການເຂົ້າຮ່ວມຂອງຕຳຫຼວດຍິງໃນການເຄື່ອນໄຫວຮັກສາສັນຕິພາບ ສປຊ - ບົດຮຽນຂອງສາກົນ ແລະ ຫວຽດນາມ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາສາກົນ ໂດຍກະຊວງຕຳຫຼວດ ຫວຽດນາມ ສົມທົບກັບອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ຈັດຂຶ້ນໃນວັນທີ 12 ມິຖຸນາ, ຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານພົນໂທ ເລກວັກຮຸ່ງ, ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ລັດຖະບານ ຫວຽດນາມ ເວົ້າລວມ ແລະ ກະຊວງຕຳຫຼວດເວົ້າສະເພາະ ໄດ້ມີຄຳໝັ້ນສັນຍາຢ່າງແຮງໃນການເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ. ອັດຕາແມ່ຍິງຂອງກະຊວງຕຳຫຼວດເຂົ້າຮ່ວມວຽກງານດັ່ງກ່າວແມ່ນ 33,3%, ສູງກວ່າເມື່ອທຽບໃສ່ເປົ້າໝາຍຂອງສະຫະປະຊາຊາດເຊິ່ງແມ່ນ 20%.

        ສ່ວນທ່ານຮອງເລຂາທິການໃຫຍ່ສະຫະປະຊາຊາດ Jean-Pierre Lacroix ໄດ້ຕີລາຄາສູງການສະໜັບສະໜູນຂອງ ຫວຽດນາມ ຕໍ່ບັນດາການເຄື່ອນໄຫວຮັກສາສັນຕິພາບ, ກໍຄືຄຳໝັ້ນສັນຍາຂອງ ຫວຽດນາມ ໃນການຊຸກຍູ້ເປົ້າໝາຍເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ, ພິເສດແມ່ນຕຳຫຼວດຍິງໃນກຳລັງຮັກສາສັນຕິພາບ.

This site is protected by reCAPTCHA and the Google Privacy Policy and Terms of Service apply.