ຂ່າວເດັ່ນ

ເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ

ເພີ່ມທະວີການໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ

(VOVWORLD) - ງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເຮັດວຽກກັບບັນດາພະແນກອຸດສາຫະກຳ ແລະ ການຄ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າບັນດາແຂວງຂອງ ລາວ ປຶກສາຫາລືກົນໄກຮ່ວມມືເຊື່ອມຕໍ່ຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດ.

(ພາບປະກອບ / TTXVN)

  ເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ສົ່ງອອກສິນຄ້າໄປຍັງ ລາວ, ວັນທີ 04 ກັນຍາ, ທ່ານນາງ ເລທິເຟືອງຮວາ ທີ່ປຶກສາດ້ານການຄ້າສະຖານທູດ ຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ອົງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ໄດ້ສ້າງບັນຊີລາຍຊື່ປະຈຳໄລຍະໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ຢາກນຳສິນຄ້າໄປຍັງ ລາວ ສົ່ງເຖິງອົງການຮັບຜິດຊອບຂອງລາວ ເພື່ອແຈ້ງໃຫ້ບັນດາວິສາຫະກິດຢູ່ ລາວ ໃຫ້ມີຄວາມຕ້ອງການ; ພ້ອມກັນນັ້ນ ກໍ່ພ້ອມກັບວິສາຫະກິດແກ້ໄຂບັນດາຄວາມຫຍຸ້ງຍາກໃນການຂົນສົ່ງສິນຄ້າລະຫວ່າງ 2 ປະເທດ. ອົງການຕາງໜ້າດ້ານການຄ້າ ຫວຽດນາມ ປະຈຳ ລາວ ກໍ່ສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າ ລາວ ເຮັດວຽກກັບບັນດາພະແນກອຸດສາຫະກຳ ແລະ ການຄ້າ, ຫ້ອງການອຸດສາຫະກຳ ແລະ ການຄ້າບັນດາແຂວງຂອງ ລາວ ປຶກສາຫາລືກົນໄກຮ່ວມມືເຊື່ອມຕໍ່ຂໍ້ມູນຂ່າວສານ, ໜູນຊ່ວຍວິສາຫະກິດ.

This site is protected by reCAPTCHA and the Google Privacy Policy and Terms of Service apply.