ຂ່າວເດັ່ນ

ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ ແລະ ອົດສະຕາລ

ເພີ່ມທະວີການພົວພັນແລກປ່ຽນວັດທະນະທຳລະຫວ່າງ ຫວຽດນາມ ແລະ ອົດສະຕາລ

(VOVWORLD) - ຮູບເງົາ ພ້ອມກັບງານວາງສະແດງພາບຖ່າຍສິລະປະ, ພັນລະນາຕົວຈິງກ່ຽວກັບທິວທັດຄວາມງາມ ແລະ ຊາວ ຫວຽດນາມ ຢ່າງມີຊີວິດຊີວາ.

ສາຍຟິມຮູບເງົາ “ຂ້ອຍເຫັນດອກໄມ້ສີເຫຼືອງຢູ່ຫຍ້າສີຂຽວ”
(ພາບ: TTXVN)

ວັນທີ 15 ມິຖຸນາ, ຢູ່ນະຄອນຫຼວງ Canberra, ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ໄດ້ຈັດການສາຍຟິມຮູບເງົາ “ຂ້ອຍເຫັນດອກໄມ້ສີເຫຼືອງຢູ່ຫຍ້າສີຂຽວ” ແລະ ງານວາງສະແດງທີ່ເຕັມໄປດ້ວຍຄວາມໝາຍ, ດຶງດູດຜູ້ເຂົ້າຮ່ວມເປັນຈຳນວນຫຼາຍ ແລະ ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ປະເທດ ຫວຽດນາມ ສວຍງາມ.

ຮູບເງົາ ພ້ອມກັບງານວາງສະແດງພາບຖ່າຍສິລະປະ, ພັນລະນາຕົວຈິງກ່ຽວກັບທິວທັດຄວາມງາມ ແລະ ຊາວ ຫວຽດນາມ ຢ່າງມີຊີວິດຊີວາ. ນອກນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບການແນະນຳ ແລະ ຮັບປະທານບັນດາເຍື່ອງອາຫານທີ່ໄດ້ວາງຂາຍຢູ່ໃນລະບົບຮ້ານສັບພະສິນຄ້າໃຫຍ່ຂອງ ອົດສະຕາລີ, ຄື: ໝາກມີ້ອົບແຫ້ງ, ໝາກມ່ວງຫິມະພານ, ກາເຟ...

This site is protected by reCAPTCHA and the Google Privacy Policy and Terms of Service apply.