ຂ່າວເດັ່ນ

ເຜີຍ​ແຜ່​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ອອກ​ສູ່​ໂລກ ແລະ ​ສົມ​ທົບ​ສິ່ງຍອດ​ສິ່ງ​ຈາກວັດ​ທະ​ນະ​ທຳ​ໂລກ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢ່າງ​ກົມ​ກຽວ

ເຜີຍ​ແຜ່​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ​ອອກ​ສູ່​ໂລກ ແລະ ​ສົມ​ທົບ​ສິ່ງຍອດ​ສິ່ງ​ຈາກວັດ​ທະ​ນະ​ທຳ​ໂລກ​ເຂົ້າ​ກັບ​ວັດ​ທະ​ນະ​ທຳ ຫວຽດ​ນາມ ຢ່າງ​ກົມ​ກຽວ

(VOVWORLD) - ວັນທີ 01 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຂອງຄະນະປະຈຳ ຄະນະພັກລັດຖະບານ ກ່ຽວກັບບາງເນື້ອໃນສຳຄັນ, ໃນນັ້ນ ມີແຜນຮ່າງກ່ຽວຂ້ອງເຖິງການພັດທະນາວັດທະນະທຳ ເພື່ອກະກຽມຍື່ນຕໍ່ຂັ້ນມີສິດອຳນາດ.

 ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມ  (ພາບ: VGP)

 ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ: ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງ ພັກ ຮຽກຮ້ອງໃຫ້ມີການບຸກທະລຸ, ເພີ່ມລະດັບຄວາມໄວ ເພື່ອບັນລຸໄດ້ 2 ເປົ້າໝາຍທີ່ໄດ້ວາງອອກ. ບັນດາໜ້າທີ່, ມາດຕະການ ທີ່ໄດ້ ແລະ ພວມໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີແບບມີແຜນ, ຮອບດ້ານ ແລະ ມີປະສິດທິຜົນບົນພື້ນຖານສືບທອດ, ເສີມຂະຫຍາຍຜົນງານ, ບົດຮຽນປະສົບການຂອງຄົນລຸ້ນກ່ອນ ແລະ ໝູນໃຊ້ຢ່າງມີຫົວຄິດປະດິດສ້າງ, ເພີ່ມເຕີມ, ປັບປຸງວິໄສທັດ ແລະ ການກະທຳຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໃຫ້ສົມບູນແບບ.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ຄົ້ນຄວ້າເພື່ອສືບຕໍ່ສ້າງ, ປັບປຸງແຜນຮ່າງດ້ວຍຊື້ເອີ້ນຕາມທິດເຜີຍແຜ່ສີສັນວັດທະນະທຳຂອງຊາດອອກສູ່ໂລກ ແລະ ສົມທົບສິ່ງຍອດຍິ່ງຈາກວັດທະນະທຳໂລກເຂົ້າວັດທະນະທຳຂອງຊາດຢ່າງກົມກຽວ; ໃສ່ໃຈບັນດາໜ້າທີ່, ມາດຕະການ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້; ສືບຕໍ່ສ້າງລະບອບລະບຽບການຢ່າງສົມບູນ; ກົນໄກພັດທະນາອຸດສາຫະກຳວັດທະນະທຳ, ການບັນເທິງ, ການຄຸ້ມຄອງແບບອັດສະລິຍະ; ກົນໄກລະດົມ ແລະ ຫັນແຫຼ່ງກຳລັງເປັນຫຼາຍຮູບຫຼາຍແບບ; ວຽກງານໂຄສະນາ, ເຜີຍແຜ່, ຍົກສູງຊີວິດການເປັນຢູ່ດ້ານຈິດໃຈ, ການຊົມໃຊ້ຂອງປະຊາຊົນ ແລະ ການຮ່ວມມືສາກົນ.

This site is protected by reCAPTCHA and the Google Privacy Policy and Terms of Service apply.