ຂ່າວເດັ່ນ

ເພື່ອນ​ມິດ ອາ​ເມ​ລິ​ກາ ລາ​ຕິນ​ຝາກ​ຝັງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ເສັ້ນ​ທາງ​ປະ​ຕິ​ວັດ ຫວຽດ​ນາມ

ເພື່ອນ​ມິດ ອາ​ເມ​ລິ​ກາ ລາ​ຕິນ​ຝາກ​ຝັງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ເສັ້ນ​ທາງ​ປະ​ຕິ​ວັດ ຫວຽດ​ນາມ

(VOVWORLD) - ພັກນຳພາປະຊາຊົນຍາດໄດ້ເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ປະສົບຜົນສຳເລັດ ແລະ ຢັ້ງຢືນຖານະບົດບາດສາກົນ ທີ່ມີຄຸນນະທາດ, ພູມປັນຍາ ແລະ ບົດຮຽນປະສົບການອັນຄົບຖວ້ນເທື່ອລະກ້າວ.

ທ່ານໝໍ Romulo Velero ຕອບຄຳຖາມຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ (ພາບ: TTXVN)

ເນື່ອງໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ທ່ານໝໍ Romulo Velero ປັນຍາຊົນຝ່າຍຊ້າຍ ທີ່ມີອິດທິພົນຊື່ສຽງຢູ່ ເວເນຊູເອລາ ໄດ້ແບ່ງປັນບັນດາຄວາມຮູ້ສຶກ ແລະ ຕີລາຄາກ່ຽວກັບການປະຕິວັດ ຫວຽດນາມ, ພັກກອມມູນິດ ຫວຽດນາມ ແລະ ຄວາມໝາຍປະຫວັດສາດໃນປັດຈຸບັນຂອງກອງປະຊຸມໃຫຍ່. ທ່ານ Romulo Veleroໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຄືບາດກ້າວພັດທະນາ logic ແລະ ຕ້ອງເປັນໄປຂອງພັກປະຕິວັດທີ່ແທ້ຈິງ. ຕາມທ່ານແລ້ວ, ພັກນຳພາປະຊາຊົນຍາດໄດ້ເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ປະຕິບັດພາລະກິດແຫ່ງການປ່ຽນແປງໃໝ່ປະສົບຜົນສຳເລັດ ແລະ ຢັ້ງຢືນຖານະບົດບາດສາກົນ ທີ່ມີຄຸນນະທາດ, ພູມປັນຍາ ແລະ ບົດຮຽນປະສົບການອັນຄົບຖວ້ນເທື່ອລະກ້າວ ເພື່ອສືບຕໍ່ປ່ຽນແປງໃໝ່ດ້ວຍຕົນເອງ, ປັບປຸງຕົນເອງ ແລະ ນຳພາປະເທດຊາດໃນໄລຍະພັດທະນາໃໝ່.

This site is protected by reCAPTCHA and the Google Privacy Policy and Terms of Service apply.