ຂ່າວເດັ່ນ

ເປີດ​ຕົວ​ເວ​ທີ​ເດີນ​ແບບ​ສຳ​ລັບ​ຄົນ​ພິ​ການ

ເປີດ​ຕົວ​ເວ​ທີ​ເດີນ​ແບບ​ສຳ​ລັບ​ຄົນ​ພິ​ການ

(VOVWORLD) - ເວທີເດີນແບບສຳລັບຄົນພິການ ຫວຽດນາມ (Vietnam Disability Fashion show 2025- VDFS) ດ້ວຍຫົວຂໍ້ “ຮູບຊົງແຫ່ງເຈດຈຳນົງ” ໄດ້ຮັບການເປີດຕົວໃນວັນທີ 04 ສິງຫາ ຢູ່ຮ່າໂນ້ຍ.

ນາງແບບພິການສະແດງບົນເວທີ 

VDFS ແມ່ນເວທີເດີນແບບເປັນມືອາຊີບສຳລັບຄົນພິການທຳອິດຂອງ ຫວຽດນາມ, ສ້າງຂີດໝາຍພິເສດໃນວິວັດການເຊີດຊູຄວາມງາມຂອງເຈດຈຳນົງ ແລະ ມານະຈິດຂອງຄົນພິການ. ໂຄງການດັ່ງກ່າວໄດ້ປະກອບສ່ວນຊຸກຍູູ້ຄົນພິການເຊື່ອມຕົວເຂົ້າກັບຊີວິດທາງດ້ານວັດທະນະທຳ, ສິລະປະ ແລະ ສັງຄົມ, ແມ່ນເວທີສ່ອງແສງຄວາມງາມທີ່ຊ້ອນເລິກໃນຕົວແຕ່ລະຄົນ.

ເຫດການແຟຊັນພິເສດສະເພາະຄັ້ງທຳອິດ ໄດ້ຮັບການຈັດຂຶ້ນຢູ່ ຫວຽດນາມ ດ້ວຍການເຂົ້າຮ່ວມຂອງນາງແບບພິການ 54 ຄົນ ທີ່ມາຈາກຫຼາຍເຂດພາກໃນທົ່ວປະເທດ. ລາຍການດັ່ງກ່າວມຸ່ງເຖິງເປົ້າໝາຍເຊີດຊູຄວາມງາມທີ່ຫຼາກຫຼາຍຂອງຄົນເຮົາ, ແຜ່ຂະຫຍາຍຄຸນຄ່າມະນຸດຊາດ, ຊຸກຍູ້ຄວາມສະເໝີພາບ ແລະ ເຊື່ອມຕົວເຂົ້າກັບສັງຄົມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.