ຂ່າວເດັ່ນ

ເປີດ​​ສະຫຼອງ ສູນ​ລວມ​ logistics ແຫ່ງ​ທຳ​ອິດ​ຢູ່ ຫວຽດ​ນາມ

ເປີດ​​ສະຫຼອງ ສູນ​ລວມ​ logistics ແຫ່ງ​ທຳ​ອິດ​ຢູ່ ຫວຽດ​ນາມ

(VOVWORLD) - ຕອນເຊົ້າວັນທີ 11 ທັນວາ, ຢູ່ຕາແສງ ຝູຊາ, ເມືອງ ກາວລົກ, ແຂວງ ລ້າງເຊີນ, ໄດ້ດຳເນີນພິທີເປີດສະຫຼອງສູນລວມ logistics Viettel ລ້າງເຊີນ.

(ພາບ: Congthuong.vn)

ສູນລວມ logistics Viettel ຂຶ້ນກັບເຂດເສດຖະກິດດ່ານຊາຍແດນ ດົ່ງດັງ - ລ້າງເຊີນ ທີ່ມີຂອບຂະໜາດລົງທຶນໃນເນື້ອທີ 143,7 ເຮັກຕາ; ໂດຍໄດ້ຮັບການກໍ່ສ້າງ ເພື່ອແນໃສ່ສ້າງບ່ອນເຮັດວຽກທີ່ຍືນຍົງ, ມີການອອກແບບທີ່ເປັນມືອາຊີບ ແລະ ມີແບບມີແຜນ ດ້ວຍຕົ້ນໄມ້ກວ່າ 3.300 ກົກ, ລະບົບພະລັງງານທົດແທນ ແລະ ຮູບແບບເສດຖະກິດໝູນວຽນ. ທ່ານ ຫວູກວາງແຄັງ, ຮອງຫົວໜ້າຄະນະຮັບຜິດຊອບຄະນະຄຸ້ມຄອງເຂດເສດຖະກິດດ່ານຊາຍແດນ ດົ່ງດັງ, ລ້າງເຊີນ ໃຫ້ຮູ້ວ່າ:

        “ການເປີດສະຫຼອງຮູບແບບ logistics Viettel ມີຄວາມໝາຍສຳຄັນທີ່ສຸດຕໍ່ການພັດທະນາດ່ານຊາຍແດນຂອງແຂວງ ລ້າງເຊີນ. ຮູບແບບສູນລວມ logistics ຊ່ວຍຊຸກຍູ້ການເຮັດລະບຽບການສິນຄ້າຜ່ານແດນລະຫວ່າງສອງປະເທດ ຫວຽດນາມ ແລະ ຈີນ ນັບມື້ນັບແຮງຂຶ້ນກວ່າເກົ່າ, ຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາການຜະລິດພາຍໃນປະເທດ ກໍຄື ການແລກປ່ຽນການສິນຄ້າລະຫວ່າງສອງຝ່າຍ”.

        ສູນລວມນີ້ ບໍ່ພຽງແຕ່ໄດ້ນຳໃຊ້ຢ່າງມີປະສິດທິຜົນເທົ່ານັ້ນ ຫາກຍັງປະກອບສ່ວນປົກປັກຮັກສາສິ່ງແວດລ້ອມ, ສ້າງລະບົບນິເວດ logistics ສີຂຽວ ແລະ ເປັນມິດ. ນີ້ແມ່ນສູນ logistics ທຳອິດຢູ່ ຫວຽດນາມ.

This site is protected by reCAPTCHA and the Google Privacy Policy and Terms of Service apply.